ສານລັດຖະທຳມະນູນ ໄທ ປະຕິເສດຂໍ້ສະເໜີປັບປຸງ ລັດຖະທຳມະນູນ ແລະ ຍຸບເລີກພັກກຳອຳນາດ
(ພາບປະກອບ: AFP)
(vovworld) - ພັກເພື່ອປະເທດໄທ ແລະ 5 ພັກໃນສຳພັນທະມິດກຳອຳນາດໄທ ບໍ່ຖືກຍຸບເລີກພາຍຫຼັງວາລະພິພາກສາໃນຕອນບ່າຍວັນທີ 20/11 ຂອງສານລັດຖະທຳມະນູນ. ແຕ່ວ່າ, ຮ່າງລັດຖະທຳມະນູນສະບັບປັບປຸງກ່ຽວກັບຮູບການເລືອກຕັ້ງສະມາຊິກສະພາສູງຖືກສານ ປະຕິເສດຍ້ອນລະເມີດລັດຖະທຳມະນູນ. ຕາມຄຳຕັດສິນຂອງສານລັດຖະທຳມະນູນແລ້ວ, ດ້ວຍຈຳນວນບັດ (ບັດສະໜັບສະໜູນ 6 ບັດ - ບັດຂາວ 3 ບັດ), ສານຖືວ່າ ເລື່ອງປັບປຸງລັດຖະທຳມະນູນດັ່ງກ່າວແມ່ນຜິດກັບບາງມາດຕາຂອງລັດຖະທຳມະນູນ. ແລະມີ 5 ໃນຈຳນວນ 9 ສະມາຊິກຂອງສານຖືວ່າ ຮ່າງລັດຖະທຳມະນູນສະບັບປັບປຸງນີ້ມີເນື້ອໃນສຳຄັນ ຝືນກັບຫຼັກການພື້ນຖານ ແລະ ຈິດໃຈຂອງລັດຖະທຳມະນູນທີ່ພວມປະກາດໃຊ້ (2007); ສິ່ງທິ່ໜ້າສົນໃຈນັ້ນແມ່ນ, ສານບໍ່ອອກຄຳຕັດສິນກ່ຽວກັບເລື່ອງຍຸບເລີກບັນດາພັກການເມືອງທີ່ກ່ຽວຂ້ອງ.