ສານລັດເຊຍປະຕິເສດໃບຂໍປະກັນຕົວຂອງພົນລະເມືອງອາເມລິກາ

(VOVWORLD) -ວັນທີ 22 ມັງກອນ, ສານແຫ່ງໜຶ່ງຢູ່ມົດສະກູ ໄດ້ປະຕິເສດໃບຂໍປະກັນຕົວ ໃຫ້ແກ່ ທ້າວ Paul Whelan, ເຊິ່ງແມ່ນອະດີດທະຫານເຮືອສູ້ຮົບທາງບົກ ຖືກຈັບຕົວຢູ່ລັດເຊຍ ຍ້ອນຖືກສົງໄສວ່າມີການເຄື່ອນໄຫວສືບລາຊະການລັບ ເມື່ອເດືອນທັນວາ 2018.

ສານລັດເຊຍປະຕິເສດໃບຂໍປະກັນຕົວຂອງພົນລະເມືອງອາເມລິກາ - ảnh 1 ທ້າວ Paul Whelan

(ພາບ: AFP/TTXVN)

ຜູ້ພິພາກສາ Dmitry Pronyakin ຂອງສານ Lefortovo ຢູ່ນະຄອນຫຼວງມົດສະກູ ຖະແຫຼງວ່າ “ໃບຂໍປະກັນຕົວຂອງທະນາຍຄວາມ (ຜູ້ຕາງໜ້າໃຫ້ທ້າວ Paul Whelan) ບໍ່ໄດ້ຮັບການຮັບຮອງ”.

        ທ້າວ Paul Whelan ອາຍຸ 48 ປີ, ຖືກອົງການປ້ອງກັນຄວາມໝັ້ນຄົງສະຫະພັນລັດເຊຍ (FBS) ຈັບຕົວໃນວັນທີ 29 ທັນວາ 2018 ຢູ່ມົດສະກູ, ດ້ວຍຂໍ້ກ່າວຫາທີ່ວ່າ ມີການເຄື່ອນໄຫວເປັນນັກສືບສອດແນມ. ປະຈຸບັນ,  ທ້າວ Paul Whelan ຖືກກັກຂັງຢູ່ຄຸກ ທີ່ມົດສະກູ ແລະ ພວມລໍ້ຖ້າພິພາກສາ ແລະ ອາດຈະຖືກຕັດສິນຈຳຄຸກເປັນເວລາຫຼາຍສຸດແມ່ນ 20 ປີ. ນອກຈາກຖືສັນຊາດອາເມລິກາ ແລ້ວ, ທ້າວ Paul Whelan ຍັງຖືສັນຊາດອັງກິດ, ອຽກລັງ ແລະ ການາດາ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ