ສານອຸທອນສະຫະລັດ ອາເມລິກາ ປົດສິດຍົກເວັ້ນການຟ້ອງສານຂອງອະດີດປະທານາທິບໍດີ Donald Trump

(VOVWORLD) - ຕາມວົງການນັກຊ່ຽວຊານແລ້ວ, ເກືອບຄືວ່າ ທ່ານ Trump ຈະຄັດຄ້ານຄຳຕັດສິນດັ່ງກ່າວ.
ສານອຸທອນສະຫະລັດ ອາເມລິກາ ປົດສິດຍົກເວັ້ນການຟ້ອງສານຂອງອະດີດປະທານາທິບໍດີ Donald Trump - ảnh 1ທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump
(ພາບ:  AFP/TTXVN)

        ວັນທີ 06 ກຸມພາ, ສານອຸທອນສະຫະລັດ ອາເມລິກາ ໄດ້ອອກຄຳສັດຕິນທ່ານອະດີດປະທານາທິບໍດີ ອາເມລິກາ Donald Trump ບໍ່ໄດ້ຮັບສິດຍົກເວັ້ນການຟ້ອງສານສຳລັບຄຳກ່າວຫາວ່າ ທ່ານມີກົນອຸບາຍຕ່າວປິ້ນໝາກຜົນການເລືອກຕັ້ງປະທານາທິບໍດີປີ 2020. ຄຳຕັດສິນດັ່ງກ່າວໄດ້ເພີ່ມຄວາມສາມາດວ່າ ທ່ານ Trump ຈະປະເຊີນໜ້າກັບກອງປະຊຸມສານອາຍາທີ່ບໍ່ເຄີຍມີມາກ່ອນ.

        ຕາມວົງການນັກຊ່ຽວຊານແລ້ວ, ເກືອບຄືວ່າ ທ່ານ Trump ຈະຄັດຄ້ານຄຳຕັດສິນດັ່ງກ່າວ. ເຫດການຈະຢຸດຊົ່ວຄາວຮອດວັນທີ 12 ກຸມພາ ເພື່ອໃຫ້ທ່ານ Trump ມີເວລາສົ່ງໃບຄັດຄ້ານຄຳຕັດສິນຂຶ້ນຕໍ່ສານສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ