ຮອງປະທານາທິບໍດີອີຣັກ Tareq al Hashemi
(ພາບ:laodong.com.vn)
( vovworld ) – ວັນທີ 9/9, ສານອາຍາອີຣັກ ໄດ້ຕັດສິນລົງໂທດປະຫານຊີວິດບໍ່ມີໜ້າຮອງປະທານາທິບໍດີປະເທດນີ້, ທ່ານ Tareq al Hashemi ຜູ້ທີ່ພວມໄປລົບໜີ ຊື່ງແມ່ນຊາວມຸດສະລິມນະກາຍຊັນນີ ຍ້ອນການກະທຳຜິດຊີ້ນຳບັນດາກຸ່ມຄາດຕະກອນຕ້ານຄືນກຳລັງປ້ອງກັນຄວາມສະຫງົບ, ເຂັ່ນຂ້າທະນາຍຄວາມຜູ້ 1 ແລະ ວາທີນາຍພົນຜູ້ 1.
ໃນທັນທີ, ຮອງປະທານາທິບໍດີອີຣັກ Tareq al Hashemi ໄດ້ຖະແຫຼງເມື່ອວັນທີ 9/9 ວ່າຈະຕ້ານຄືນການຕັດສິນລົງໂທດແນ່ໃສ່ທ່ານ. ກ່າວຄຳເຫັນກັບວົງການນັກຂ່າວພາຍຫຼັງການພົບປະກັບລັດຖະມົນຕີການຕ່າງປະເທດຕວກກີ Ahmet Davutoglu, ທ່ານຮອງປະທານາທິບໍດີອີຣັກ Tareq al Hashemi ໃຫ້ຮູ້ວ່າ ຈະຕ້ານຄືນບັນຫານີ້ໃນແຈ້ງການສະບັບ 1 ຢ່າງເປັນທາງການ ແລະ ພາຫະນະສື່ມວນຊົນຕວກກີທັງໝົດຈະຖືກເຊີນເຂົ້າຮ່ວມ.