ສານອວຍພອນວັນສາກົນສາມັກຄີກັບປະຊາຊົນປາແລສຕິນ
(vovworld) - ເນື່ອງໃນໂອກາດວັນສາກົນສາມັກຄີກັບປະຊາຊົນ ປາແລສຕິນ ຂອງສະຫະປະຊາຊາດ, ວັນທີ 29/11 ປະຈຳປີ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ສົ່ງສານອວຍພອນເຖິງທ່ານເລຂາທິການໃຫຍ່ ສະຫະປະຊາຊາດ Ban Ki Moon, ທ່ານ ປະທານຄະນະກຳມະການສະຫະປະຊາຊາດ ກ່ຽວກັບການປະຕິບັດສິດບໍ່ໄດ້ລ່ວງລະເມີດຢ່າງເດັດຂາດຂອງປະຊາຊົນ ປາແລສຕິນ Fode'Seck ແລະ ປະທານາທິບໍດີ ປາແລສຕິນ Mahmoud Abbas. ໃນສານອວຍພອນ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໄດ້ຢືນຢັນເຖິງການສະໜັບສະໜູນ ແລະ ຄວາມສາມັກຄີຂອງລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ປະຊາຊົນ ປາແລສຕິນ ໃນການຕໍ່ສູ້ອັນເປັນທຳ ແລະ ບັນດາສິດແຫ່ງຊາດພື້ນຖານຂອງຕົນ.