ສານອາຍາຂອງໄທຮັບຮອງເອົາໝາຍຈັບບັນດາຫົວໜ້າຜູ້ແຫ່ຂະບວນປະທ້ວງ

ສານອາຍາຂອງໄທຮັບຮອງເອົາໝາຍຈັບບັນດາຫົວໜ້າຜູ້ແຫ່ຂະບວນປະທ້ວງ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 05/02, ສານອາຍາ​ຂອງໄທ ​ໄດ້​ຮັບຮອງ​ເອົາ​ຂໍ້​ສະ​ເໜີ​ຂອງ​ຕຳຫຼວດ​ປະກາດ​ໝາຍ​ຈັບ​ສຳລັບ​ຫົວໜ້າ​ຄະນະ​ແຫ່​ຂະ​ບວນປະ​ທ້ວງຕ້ານ​ລັດຖະບານ 19 ຄົນ, ​ໃນ​ນັ້ນ​ມີ​ອະດີດ​ນາຍົກລັດຖະມົນຕີ ສຸ​ເທບ ​ເທືອ​ກສຸບັນ, ດ້ວຍ​ດ້ວຍ​ການ​ກະທຳ​ຜິດ​ແມ່ນບໍ່​ປະຕິບັດ​ຄຳ​ສັ່ງ​ສະພາວະ​ສຸກ​ເສີນ. ພ້ອມ​ທັງອະນຸຍາດ​ໃຫ້​ບັນດາ​ເຈົ້າ​ໜ້າ​ທີ່​ຈັບ​ຕົວ ​ແລະ ຈັບ​ຕົວ​ຊົ່ວຄາວ​ບັນດາ​ຫົວໜ້າຄະນະ​ແຫ່​ຂະ​ບວນປະ​ທ້ວງເປັນເວລາ 7 ວັນ.

        ປະຕິກິລິຍາ​ຕໍ່ຂໍ້​ຕົກລົງດັ່ງກ່າວ, ສາທິດ ​ວ​ົງນອງ​​ເຕີຍ, ​ແມ່ນ​ໜຶ່ງ​​ໃນ​ບັນດາ​ຫົວໜ້າ​ຄະນະແຫ່​ຂະ​ບວນປະ​ທ້ວງ​ໃຫ້​ຮູ້​ວ່າ, ບັນດາ​ຫົວໜ້າຄະນະແຫ່​ຂະ​ບວນປະ​ທ້ວງ​ຈະ​ບໍ່ວິຕົກ​ກັງວົນ​ຕໍ່​ຄຳ​ສັ່ງ​ຈັບ​ຕົວ ​ແລະ ຈະ​ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ການ​​ແຫ່​ຂະ​ບວນປະ​ທ້ວງ​ຈົນ​ເຖິງ​ເວລາ​ລັດຖະບານ​ຂອງ​ທ່ານ​ນາງ​ຍິງຣັກ ຊິນ​ນະ​ວັດ ລາ​ອອກ​ຈາກ​ຕຳ​ແໜ່​ງ.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 05/02, ຄະນະ​ກຳມະການ​ເລືອກ​ຕັ້ງ​ໄທ ​ໃຫ້​ຮູ້​ວ່າ ຜູ້​ມີ​ສິດ​ເລືອກ​ຕັ້ງຈຳນວນ 46,79% ​ໄດ້​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ​​ເມື່ອ​ວັນ​ທີ 02/02 ຜ່ານ​ມາ. ການ​ເຄື່ອນ​ໄຫວ​ເລືອກ​ຕັ້ງ​ຢູ່ 9 ​ແຂວງ ຖືກ​ໂຈະ​ໄວ້ຍ້ອນ​ຂາດ​ບັດ​ເລືອກ​ຕັ້ງ ​ເພາະ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ປິດ​ລ້ອມ ​ແລະ ​ເດີນ​ຂະ​ບວນ.

ຂ່າວ/ບົດ​ອື່ນ