ສຳນັກຂ່າວສານທົ່ວໂລກ AFP ແລກປ່ຽນ, ຊອກຫາທິດທາງຮ່ວມມືຮອບດ້ານກັບ VOV
(ທ່ານຮອງຜູ້ອຳນວຍການໃຫຍ່ VOV, ວູຫາຍ ຕ້ອນຮັບ
ທ່ານ Emmanuel Hoog, ປະທານ ທັງເປັນຜູ້ອຳນວຍການໃຫຍ່ສຳນັກຂ່າວສານ AFP)
(vovworld) - ຕອນເຊົ້າວັນທີ 31/03, ຄະນະຜູ້ແທນຂັ້ນສູງສຳນັກຂ່າວສານ AFP ໄດ້ມາຢ້ຽມຢາມສຳນັກງານວິທະຍຸກະຈາຍສຽງຫວຽດນາມ (VOV), ເພື່ອແລກປ່ຽນ, ຊອກຫາທິດທາງຮ່ວມມືຢ່າງຮອບດ້ານກັບ VOV. ທ່ານຮອງຜູ້ອຳນວຍການໃຫຍ່ VOV, ວູຫາຍ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ AFP ໂດຍທ່ານ Emmanuel Hoog, ປະທານ ທັງເປັນຜູ້ອຳນວຍການໃຫຍ່ສຳນັກຂ່າວສານ AFP ນຳໜ້າ.
ທີ່ການຕ້ອນຮັບ, ທ່ານຮອງຜູ້ອຳນວຍການໃຫຍ່ ວູຫາຍ ໄດ້ແນະນຳໂດຍຫຍໍ້ກ່ຽວກັບປະຫວັດຄວາມເປັນມາ, ໂຄງປະກອບການຈັດຕັ້ງໃນປະຈຸບັນຂອງ VOV. VOV ພວມມີການພົວພັນຮ່ວມມືກັບ 60 ກວ່າອົງການຈັດຕັ້ງ, ວິທະຍຸກະຈາຍສຽງ, ໂທລະພາບໃນທົ່ວໂລກ ແລະ ພວມເຂົ້າຮ່ວມບັນດາສະຫະສະມາຄົມກະຈາຍສຽງໂທລະພາບໃນທົ່ວໂລກ. ດ້ວຍທາແຮງທີ່ມີຢູ່ແລ້ວຂອງຕົນ, ທ່ານຮອງຜູ້ອຳນວຍການໃຫຍ່ VOV ວູຫາຍ ຫວັງວ່າ, ສາມາດຮ່ວມມືກັບ AFP ໃນຂົງເຂດສື່ສານ, ໂທລະພາບ ແລະ ບຳລຸງສ້າງ:
“VOV ປາດຖະໜາຢາກຮ່ວມມືກັບ AFP, ສາມາດຮ່ວມມືໃນການຊື້ຂ່າວ, ການບຳລຸງສ້າງໃນການຜະລິດບັນດາວີດີໂອ. ປະຈຸບັນ, VOV ແມ່ນອົງການສື່ສານຫຼາຍຂະແໜງ ລວມມີ: ໂທລະພາບ, ວິທະຍຸກະຈາຍສຽງ, ສື່ເອລັກໂຕນິກ, ໜັງສືພິມ, ດັ່ງນັ້ນຈຳເປັນຕ້ອງມີການບຳລຸງສ້າງຢ່າງແນ່ນອນ. ພວກຂ້າພະເຈົ້າຫວັງວ່າຈະໄດ້ຮັບການບຳລຸງສ້າງຈະນັກຊ່ຽວຊານຕ່າງປະເທດ, ພິເສດແມ່ນຂອງຝລັ່ງ”.
ສ່ວນທ່ານປະທານ AFP Hoog ໃຫ້ຮູ້ວ່າ: AFP ມີທ່າແຮງພິເສດດ້ານກິລາ ແລະ ພວມເອົາໃຈໃສ່ລົງທຶນໃຫ້ແກ່ການຜະລິດວີດີໂອ ແລະ ຜະລິດຕະພັນຫຼາຍຂະແໜງ. ປະຈຸບັນ AFP ມີເຖິງ 5.000 ລູກຄ້າ. ຕາມທ່ານ Hoog ແລ້ວ, AFP ພວມເພີ່ມທະວີການມີໜ້າຢູ່ອາຊີ, ໃນນັ້ນມີຫວຽດນາມ ແລະ ຫວັງວ່າ, ສາມາດຮ່ວມມືກັບ VOV ໃນໄລຍະຈະມາເຖິງ.