ສຳນັກຂ່າວສານຫວຽດນາມ ມອບຂອງຂວັນໃຫ້ບັນດາຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນ

ສຳນັກຂ່າວສານຫວຽດນາມ ມອບຂອງຂວັນໃຫ້ບັນດາຜູ້ປະສົບເຄາະຮ້າຍ ຈາກທາດພິດສີສົ້ມ/ດີໂອຊິນ - ảnh 1

(ພາບປະກອບ)​

( vovworld ) –  ​ເພື່ອ​ມຸ້ງ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ແລະ 40 ປີ​ແຫ່ງ​ວັນ​ເກີດ​ເຫດການ 81 ວັນ​ ​ແລະ ຄືນ​ກຳ​ແພງ​ເກົ່າ​ກວາງ​ຈິ, ​ໃນ​ລະຫວ່າງ​ວັນ​ທີ 24-25/6, ຄະນະ​ພະນັກງານ​ກຳມະບານ​ສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​ຈັດການ​ເດີນທາງ​ກັບ​ຄືນ​ຕົ້ນກຳ​ເນີ​ດ ​ແລະ ມອບ​ຂອງຂວັນ​ໃຫ້​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ຢູ່​ແຂວງ​ກວາງ​ຈິ. ທີ່​ເມືອງ​ຈ້ຽວຟອງ, ຄະນະ​ໄດ້​ມອບ​ຂອງຂວັນ​​ໃຫ້​​ເດັກນ້ອຍ 15 ຄົນ​ທີ່ເປັນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີສົ້ມ/ດີ​ໂອ​ຊິນ​ ຊື່​ງ​​ແມ່ນ​ປື້​ມບັນຊີ​ເງິນ​ຝາກປະຢັດ​ທີ່​ມີ​ມູນ​ຄ່າ 2 ລ້ານ​ດົ່ງ​ພ້ອມ​ກັບ​ຂອງຂວັນ. ​ເນື່ອງ​ໃນ​ໂອກາດ​ກັບ​ຄືນ​ສູ່​ຕົ້ນກຳ​ເນີ​ດຢູ່​ແຂວງ​ກວາງ​ຈິ, ຄະນະ​ພະນັກງານ​ກຳມະບານ​ສຳນັກ​ຂ່າວສານ​ຫວຽດນາມ ​ໄດ້​​ເຂົ້າຢ້ຽມ​ຕຳ​ນັບສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ເຈືອງ​ເຊີນ, ສຸສານນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ເສັ້ນທາງຫຼວງ ​ເລກ 9 ​ແລະ ກຳ​ແພງ​ເກົ່າ​ກວາງ​ຈິ.

 

 

 

 

 

 

 

 

 

 

ຂ່າວ/ບົດ​ອື່ນ