ສຳພັນທະມິດທົ່ວໂລກກ່ຽວກັບວັກຊິນສະໜອງຕູ້ເຢັນຮັບໃຊ້ສະເພາະການເກັບຮັກສາວັກຊິນກັນໂຄວິດ-19 ໃຫ້ແກ່ຫວຽດນາມ

(VOVWORLD) -ຈຳນວນເຄື່ອງອຸປະກອນດັ່ງກ່າວແມ່ນເພື່ອແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຢູ່ຫວຽດນາມ
ສຳພັນທະມິດທົ່ວໂລກກ່ຽວກັບວັກຊິນສະໜອງຕູ້ເຢັນຮັບໃຊ້ສະເພາະການເກັບຮັກສາວັກຊິນກັນໂຄວິດ-19 ໃຫ້ແກ່ຫວຽດນາມ - ảnh 1(ພາບປະກອບ: Reuters)

ວັນທີ 08 ມິຖຸນາ, ມີຕູ້ເຢັນຮັບໃຊ້ສະເພາະການເກັບຮັກສາວັກຊິນກັນໂຄວິດ-19 ຈຳນວນ 174 ຕູ້ ໂດຍສຳພັນທະມິດທົ່ວໂລກກ່ຽວກັບວັກຊິນ (GAVI) ອຸປະຖຳ, ໂດຍ UNICEF ສະໜອງ, ໄດ້ຂົນສົ່ງຮອດທ່າກ່ຳປັ່ນນະຄອນ ໂຮ່ຈີມິນ. ບັນດາຕູ້ເຢັນດັ່ງກ່າວຈະໄດ້ສົ່ງເຖິງບັນດາຮາກຖານສາທາລະນະສຸກຂັ້ນເມືອງຢູ່ 23 ແຂວງ ໄຕງວຽນ ແລະ ທາງພາກໃຕ້ຫວຽດນາມ ເພື່ອເກັບຮັກສາວັກຊິນ, ລວມທັງວັກຊິນກັນໂຄວິດ-19.

        ໃນໄລຍະເກີດໂລກລະບາດ, Gavi ແມ່ນອົງການແຖວໜ້າ ແລະ ແມ່ນເສົ້າຄ້ຳສຳຄັນໃນກົນໄກ COVAX. ທ່ານນາງ Veronique maeva Fages, ຜູ້ຕາງໜ້າ Gavi ໃຫ້ຮູ້ວ່າ, ຈຳນວນເຄື່ອງອຸປະກອນດັ່ງກ່າວແມ່ນເພື່ອແນໃສ່ໜູນຊ່ວຍບັນດາຄວາມມານະພະຍາຍາມຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ຢູ່ຫວຽດນາມ ແລະ ບັນດາເຄື່ອງອຸປະກອນອື່ນໂດຍ COVAX ໜູນຊ່ວຍຕາມແຜນການຈະໄດ້ສົ່ງມາຫວຽດນາມ ໃນທ້າຍປີນີ້.

        ໃນໄລຍະຈະມາເຖິງ, UNICEF ຈະສະໜອງໃຫ້ຫວຽດນາມ ບັນດາເຄື່ອງອຸປະກອນເກັບຮັກສາ ແລະ ຂົນສົ່ງວັກຊິນຄື: ຕູເຢັນກວ່າ 2.200 ຕູ້ດ້ວຍຂະໜາດແຕກຕ່າງກັນ, ລົດບັນທຸກເຢັນ, ເຂັ້ມສັກຢາ ແລະ ກັບປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ