ສຳເລັດການປັກຫຼັກໝາຍຊາຍແດນເຊກອງ-ລາວແລະກວາງນາມ-ຫວຽດນາມ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 28/5, ຢູ່ນະຄອນຕາມກີ່, ຄະນະຊີ້ນຳການປັກຫຼັກໝາຍຊາຍແດນແຂວງເຊກອງ (ລາວ) ແລະ ແຂວງກວາງນາມ (ຫວຽດນາມ) ໄດ້ຈັດກອງປະຊຸມຄັ້ງທີ 10 ຕີລາຄາໝາກຜົນຂອງວຽກງານປັກຫຼັກໝາຍຖີ່ແລະ ບູລະນະຈະມີຫຼັກໝາຍຊາຍແດນຫວຽດນາມ - ລາວ, ຕອນລະຫວ່າງ 2 ແຂວງກວາງນາມ ແລະ ເຊກອງ ໄລຍະ 2008 – 2014. ມາຮອດປະຈູບັນ, 2 ແຂວງເຊກອງ ແລະ ກວາງນາມໄດ້ກໍ່ສ້າງຫຼັກໝາຍ 60 ເສົ້າ, ແລະໄດ້ມອບຮັບໃຫ້ກຳລັງປ້ອງກັນຊາຍແດນ 2 ແຂວງຄຸ້ມຄອງ ແລະ ປົກປັກຮັກສາ. ດ້ວຍການສຳເລັດວຽກງານປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນຈະປະກອບສ່ວນຮັກສາຄວາມໝັ້ນຄົງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມບັນດາທ້ອງຖິ່ນລຽບຕາມຊາຍແດນ ຫວຽດນາມ - ລາວ, ພ້ອມທັງຢັ້ງຢືນຄວາມສາມັກຄີ, ມິດຕະພາບອັນດີງາມລະຫວ່າງ 2 ແຂວງ ກວາງນາມ - ເຊກອງ; 2 ປະເທດ ຫວຽດນາມ - ລາວ.