ສຳເລັດວຽກງານປັກຫລັກໝາຍໃນພູມີປະເທດຕົວຈິງບັນດາແຂວງຊາຍແດນຫວຽດນາມ-ລາວ

ສຳເລັດວຽກງານປັກຫລັກໝາຍໃນພູມີປະເທດຕົວຈິງບັນດາແຂວງຊາຍແດນຫວຽດນາມ-ລາວ - ảnh 1
(ພາບປະກອບ)

(vovworld) ​ ຕອນ​ເຊົ້າ​ວັນ​ທີ 07/12 ຢູ່​ຮ່າ​ໂນ້ຍ, ຄະນະ​ຊີ້​ນຳ​ຂີດ​ເສັ້ນຊາຍ​ແດນ​ປັກ​ຫລັກ​ໝາຍ​ຊາຍ​ແດນ ກະຊວງ​ປ້ອງ​ກັນ​ປະ​ເທດ ຈັດ​ຕັ້ງ​ກອງ​ປະຊຸມ​ສະຫລຸບ​ໂຄງການ​ປັກ​ຫລັກ​ໝາຍ​ຖີ່​ ແລະ ບູລະນະ​ ​ລະບົບ​ຫລັກ​ໝາຍ​ແຫ່ງ​ຊາດ ຫວຽດນາມ - ລາວ, ມາ​ຮອດ​ປະຈຸ​ບັນ, ມີ 10 ​ແຂວງ​​ເຂດ​ຊາຍ​ແດນ ຫວຽດນາມ - ລາວ ​ໄດ້​ສຳ​ເລັດ​ວຽກ​ງານ​ປັກ​ຫລັກ​ໝາຍ​ຊາຍ​ແດນ​ທັງ​ໝົດໃນ​ພູມີ​ປະ​ເທດ​ຕົວ​ຈິງ; ​ໄດ້​ກໍ່ສ້າງ​ສຳ​ເລັດ ທີ່​ຕັ້ງປັກ​ຫລັກ​ໝາຍ 792/834 ​ແຫ່ງ ​ແລະ ສຳ​ເລັດ​ການ​ຂີດໝາຍ​ທີ່​ຕັ້ງປັກ​ຫລັກ​ໝາຍຊາຍ​ແດນ 113/168 ​ແຫ່ງ. ບັນດາ​ປ້ອມ​ປ້ອງ​ກັນຊາຍ​ແດນ​ໄດ້​ຮັບ​ໜ້າ​ທີ່ຄຸ້ມ​ຄອງ​ປົກ​ປັກ​ຮັກສາ​ບັນດາ​ຫລັກ​ໝາຍ​,  ທີ່​ຕັ້ງປັກ​ຫລັກ​ໝາຍຊາຍ​ແດນທັງໝົດ​ເຊິ່ງ  ຫາ​ກໍ່​ໄດ້ຮັບ​ການ​ກໍ່ສ້າງ​. 2 ຝ່າຍ​​ໄດ້​ເຈລະຈາ, ປັບປຸງ​ຮ່າງ​ອະນຸ​ສັນຍາກ່ຽວ​ກັບ​ເສັ້ນ​ຊາຍ​ແດນ, ຫລັກ​ໝາຍ​ຊາຍ​ແດນ ​ແລະ ບັນດາ​ເອກະສານ​ຕິດ​ຄັດ ​ເພື່ອ​ແນ​ໃສ່​ຮອງ​ຮັບ​ໝາກຜົນ​ວຽກ​ງານ​ຂີດ​ເສັ້ນ​ຊາຍ​ແດນປັກ​ຫລັກ​ໝາຍ​ຊາຍ​ແດນ​ກ່ອນ​ໜ​້ານີ້ ​ແລະ ປັກ​ຫລັກ​ໝາຍ​ຖີ່ ບູລະນະ​ ລະບົບ​ຫລັກ​ໝາຍຊາຍແດນ​ແຫ່ງຊາດ ຫວຽດນາມ - ລາວ.

 


ຂ່າວ/ບົດ​ອື່ນ