ສ.ເກົາຫຼີ ຕຳນິຕິຕຽນ ສປປ.ເກົາຫຼີ ໂຈະການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ

ສ.ເກົາຫຼີ ຕຳນິຕິຕຽນ ສປປ.ເກົາຫຼີ ໂຈະການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນ - ảnh 1
(ພາບປະກອບ: Yonhap new)

(vovworld) - ສ.​ເກົາຫຼີ ​ໄດ້​ອອກ​ສຽງຕຳ​ນິຕິ​ຕຽນ ສປປ. ເກົາຫຼີ ​ໂຈະ​ການ​ເຕົ້າ​ໂຮມ​ບັນດາ​ຄອບຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ໃນ​ປາງ​ສົງຄາມເກົາຫຼີ (1950 - 1953) ພຽງ​ຝ່າຍ​ດຽວ. ທີ່​ການ​ປະຊຸມ​ຂ່າວ, ​ໂຄສົກ​ກະຊວງ​ທ້ອນ​​ໂຮມ​ປະ​ເທດ​ເປັນເອກະ​ພາບ​ສ.​ເກົາຫຼີ Kim Eyi Do ​ໄດ​້ສະ​ແດງ​ວ່າ “ສ.​ເກົາຫຼີ ​​ເສຍດາຍ​ຕໍ່​ເລື່ອງສປປ.​ເກົາຫຼີ ໂຈະ​ການ​ເຕົ້າ​ໂຮມ​ພຽງ​ຝ່າຍ​ດຽວເຊິ່ງ​ໄດ້​ຮັບ​ການ​ກະກຽມບົນຈິດ​ໃຈ​ມະນຸດສະທຳ”. ການ​ເຕົ້າ​ໂຮມ​ຄາດ​ວ່າ ຈະຈັດ​ຕັ້ງ​​ເປັນ​ເວລາ 6 ວັນ, ​ນັບ​ແຕ່​ວັນ​ທີ 25 ກັນຍາ, ຢູ່​ເຂດ​ທ່ອງ​ທ່ຽວພູ Kumgang. ​ແຕ່​ໃນ​​ແຈ້ງ​ການ​ເມື່ອ​ວັນ​ທີ 21 ກັນຍາ, ຄະນະ​ກຳມະການ​ເອກະ​ພາບ​ສັນຕິພາບ​ສປປ.​ເກົາ​ຫີຼ, ຊີ້​ແຈ້ງວ່າ ພຽງ​ຢາງ ​ຈະໂຈະເຫດການ​ດັ່ງກ່າວຊົ່ງຄາວ​ຈົນຮອດ​ເວລາທີ່​ການ​ພົວພັນ​ລະຫວ່າງ 2 ພາກ​ເກົາຫຼີ ​ເປັນ​ປົກກະຕິ. ຄະນະ​ກຳມະການ​ດັ່ງ​ກ່າວ​ກໍ​ໃຫ້​ຮູ້​ວ່າ ສປປ.​ເກົາຫຼີ ຈະ​ຖອນ​ອອກ​ການ​ເຈລະຈາ​ຂັ້ນ​ນັກວິຊາການ​ກັບສ.​ເກົາຫຼີ ​ຕາມ​ແຜນການ​ທີ່​ໄດ້​ວາງ​ອອກ​ ໃນ​ວັນ​ທີ 02 ຕຸລາ ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ລາຍການທ່ອງທ່ຽວພູ Kumgang.

ຂ່າວ/ບົດ​ອື່ນ