ສ.ເກົາຫຼີ ປະ​ກ​າດ​​ລະ​ອຽດ ແຜນຍຸດ​ທະ​ສາດ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ

(VOVWORLD) -       ວັນທີ 28 ທັນວາ, ສ.ເກົາຫຼີ ໄດ້ປະກາດບົດລາຍງານລະອຽດກ່ຽວກັບຍຸດທະສາດ ມະຫາສະໝຸດອິນເດຍ - ປາຊີຟິກ, ດ້ວຍເນື້ອໃນຈຸດສຸມແມ່ນ ຊຸກຍູ້ສິດເສລີ, ສັນຕິພາບ ແລະ ວັດທະນາຖາວອນ ໂດຍຜ່ານການສ້າງຄວາມເປັນລະບຽບຮຽບຮ້ອຍ ອີງໃສ່ລະບຽບກົດໝາຍ ແລະ ການຮ່ວມມືກ່ຽວກັບ ສິດທິມະນຸດ.
ສ.ເກົາຫຼີ ປະ​ກ​າດ​​ລະ​ອຽດ ແຜນຍຸດ​ທະ​ສາດ ມະ​ຫາ​ສະ​ໝຸດ​ອິນ​ເດຍ - ປາ​ຊີ​ຟິກ - ảnh 1ທຳນຽບປະທານາທິບໍດີ ສ.ເກົາຫຼີ (ພາບ: Reuters)

ຕາມບົດລາຍການດັ່ງກ່າວ, ລັດຖະບານ ສ.ເກົາຫຼີ ຈະປະຕິບັດຕາມຫຼັກການຫຼັກແຫຼ່ງແກ່ນສານ 9 ປະການ ເພື່ອປະຕິບັດສຳເລັດວິໄສທັດກ່ຽວກັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ຢ່າງເສລີ, ມີສັນຕິພາບ ແລະ ວັດທະນາຖາວອນ, ໂດຍອີງໃສ່ 3 ຫຼັກການຮ່ວມມື: ກວມລວມ, ຄວາມໄວ້ເນື້ອເຊື່ອໃຈ ແລະ ແລກປ່ຽນເຊິ່ງກັນແລະກັນ.

ຫຼັກການຫຼັກແຫຼ່ງນັ້ນລວມມີ: ການສ້າງຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ ໂດຍອີງໃສ່ມາດຕະຖານທີ່ຖືກຕ້ອງ ແລະ ລະບຽບຫຼັກການ; ຮ່ວມມືຊຸກຍູ້ສິດອຳນາດທາງກົດໝາຍ ແລະ ສິດທິມະນຸດ; ເພີ່ມທະວີຄວາມມານະພະຍາຍາມບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ແລະ ຕ້ານການກໍ່ການຮ້າຍໃນທົ່ວພາກພື້ນ; ເພີ່ມທະວີການຮ່ວມມືຄວາມໝັ້ນຄົງຢ່າງຮອບດ້ານ; ສ້າງຕາໜ່າງຄວາມໝັ້ນຄົງດ້ານເສດຖະກິດ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດວິທະຍາສາດ - ເຕັກໂນໂລຢີສຳຄັນ ແລະ ຫຼຸດຜ່ອນໄລຍະຫ່າງດີຈີຕອນ; ນຳໜ້າໃນການຮ່ວມມືພາກພື້ນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານພະລັງງານ; ເຂົ້າຮ່ວມ “ການທູດປະກອບສ່ວນ” ຜ່ານການພົວພັນຄູ່ຮ່ວມມືພັດທະນາທີ່ເໝາະສົມ ແລະ ຊຸກຍູ້ຄວາມຮູ້ຄວາມເຂົ້າໃຈ ແລະ ແລກປ່ຽນເຊິ່ງກັນແລະກັນ.  

ຕອບກັບ

ຂ່າວ/ບົດ​ອື່ນ