ສ.ເກົາຫຼີ ສະເໜີຈັດຕັ້ງກອງປະຊຸມສະພາກາແດງ​ລະ​ຫວ່າງສ.ເກົາຫຼີແລະສປປ.ເກົາຫຼີ

(VOVWORLD) -ວັນທີ 17 ກໍລະກົດ, ຜູ້ຮັກສາການປະທານສະພາກາແກງສ.ເກົາຫຼີ Kin Sun hyang ໃຫ້ຮູ້ວ່າ, ອົງການນີ້ໄດ້ສະເໜີໃຫ້ສປປ.ເກົາຫຼີ ຈັດຕັ້ງກອງປະຊຸມສະພາກາແກງລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນວັນທີ 04 ຕຸລາ ຈະມາເຖິງ.
ສ.ເກົາຫຼີ ສະເໜີຈັດຕັ້ງກອງປະຊຸມສະພາກາແດງ​ລະ​ຫວ່າງສ.ເກົາຫຼີແລະສປປ.ເກົາຫຼີ - ảnh 1 (ພາບປະກອບ: Getty Images)

ການປະຊຸມນີ້ແມ່ນເພື່ອແນໃສ່ຈຸດປະສົງກະກຽມໃຫ້ລາຍການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນໃນສົງຄາມຢູ່ ເກົາຫຼີ. ຂໍ້ສະເໜີດັ່ງກ່າວໄດ້ຍົກອອກມາຕາມ “ຂໍ້ລິເລີ່ມສັນຕິພາບໃນແກຼມເກົາຫຼີ” ຫຼື ເອີ້ິ້ນວ່າ “ຂໍ້ລິເລີມ Berlin” ໂດຍທ່ານປະທານາທິບໍດີສ.ເກົາຫຼີ ປະກາດໃນວັນທີ 06 ກໍລະກົດຜ່ານມາ ຢູ່ Berlin, ປະເທດເຢຍລະມັນ, ໃນນັ້ນມີເນື້ອໃນເຊື່ອມຕໍ່ລາຍການເຕົ້າໂຮມບັນດາຄອບຄົວທີ່ຖືກພັດພາກຈາກກັນໃນສົງຄາມເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ