ສ.ເກົາຫຼີ: ເຊື່ອມຕໍ່ເສັ້ນທາງລົດໄຟSeoul-Wonsanຄືນໃໝ່
(ພາບປະກອບ: AFP)
(vovworld) - ວັນທີ 12/07, ທ່ານລັດຖະມົນຕີວ່າການກະຊວງທ້ອນໂຮມຊາດ ສ.ເກົາຫຼີ Hong Yong pyo ສະແດງຄວາມຫວັງວ່າ ການເຊື່ອມຕໍ່ເສັ້ນທາງລົດໄຟລະຫວ່າງນະຄອນຫຼວງ Seoul ຂອງສ.ເກົາຫຼີ ແລະ ນະຄອນ Wonsan ຂອງສປປ.ເກົາຫຼີ ຄືນໃໝ່ ຈະແມ່ນຈຸດເລີ່ມຕົ້ນໃຫ້ການຮ່ວມມືລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ. ຕາມທ່ານ Hong Yong pyo ແລ້ວ, ບັນດາເສັ້ນທາງລົດໄຟດັ່ງກ່າວແມ່ນຊ່ອງເຊື່ອມຕໍ່ແທດຈິງສຳລັບ 2 ປະເທດ. ທ່ານກໍ່ຮັບຮູ້ວ່າ, ມີຫຼາຍໂຄງການເຊິ່ງ 2 ປະເທດ ສາມາດຮ່ວມມື, ເນັ້ນໜັກວ່າ ຫຼັກໝັ້ນຂອງລັດຖະບານສ.ເກົາຫຼີ ແມ່ນແກ້ໄຂທຸກຄວາມບໍ່ລົງລອຍກັນກັບສປປ.ເກົາຫຼີ ໂດຍຜ່ານການເຈລະຈາ, ພ້ອມທັງຮຽກຮ້ອງໃຫ້ພຽງຢາງ ກັບຄືນໂຕະເຈລະຈາ.
ລັດຖະບານສ.ເກົາຫຼີ ຖະແຫຼງເມື່ອເດືອນ 06 ວ່າ ຈະເລີ່ມຕົ້ນສ້ອມແປງເສັ້ນທາງລົດໄຟທີ່ມີຄວາມຍາວເກືອບ 12 ກມ ໃນເດືອນ 08/2015 ແລະ ຈະປະຕິບັດສຳເລັດໃນປີ 2017 ດ້ວຍຍອດເງິນລົງທຶນປະມານ 135 ລ້ານ USD.