ສ.ເກົາຫຼີີ ແລະ ຈີນ ເຫັນດີ ຊຸກຍູ້ການພົວພັນດ້ານປ້ອງກັນຊາດ

(VOVWORLD) -ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong - doo ແລະ ຄູ່ຕໍາແໜ່ງ ຈີນ ຢວາຍເຟີ້ງເຂືອ ໄດ້ເຫັນດີເປັນເອກະພາບ ຊຸກຍູ້ມາດຕະການຫຼາຍຢ່າງ

ກະຊວງປ້ອງກັນປະເທດ ສ.ເກົາຫຼີ ແຈ້ງໃຫ້ຊາບວ່າ ວັນທີ 01 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ Jeong Kyeong - doo ແລະ ຄູ່ຕໍາແໜ່ງ ຈີນ ຢວາຍເຟີ້ງເຂືອ ໄດ້ເຫັນດີເປັນເອກະພາບ ຊຸກຍູ້ມາດຕະການຫຼາຍຢ່າງ, ໃນນັ້ນ ມີການສ້າງຕັ້ງໂທລະສັບສາຍດ່ວນດ້ານການທະຫານຕື່ມອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ກໍຄື ຊຸກຍູ້ການເຄື່ອນໄຫວພົບປະແລກປ່ຽນ ແລະ ການຮ່ວມມື.

        ສອງຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມດັ່ງກ່າວ ທີ່ການພົບປະກັນຢູ່ນອກ ກອງປະຊຸມ Shangri – La ຄັ້ງທີ 18 ເຊິ່ງພວມດໍາເນີນຢູ່ ສິງກະໂປ. ທີ່ການໂອ້ລົມສົນທະນາ, ລັດຖະມົນຕີສອງທ່ານ ໄດ້ແບ່ງປັນທັດສະນະ ຕ້ອງເພີ່ມທະວີການຕິດຕໍ່່ພົວພັນຍຸດທະສາດ ເພື່ອແນໃສ່ບັນລຸໄດ້ເປົ້າໝາຍພາກພື້ນແຫ່ງສັນຕິພາບ ແລະ ມີສະຖຽນລະພາບ, ພ້ອມທັງເຫັນດີເປັນເອກະພາບຕໍ່ບົດບາດສ້າງສັນຂອງ ຈີນ ແມ່ນປັດໄຈຕົ້ນຕໍໃນການບັນລຸໄດ້ເປົ້າໝາຍປອດນິວເຄຼຍຢູ່ແຫຼມເກົາຫຼີຢ່າງສິ້ນເຊີງ ແລະ ສ້າງສັນຕິພາບອັນຍາວນານຢູ່ພາກພື້ນນີ້. ສອງຝ່າຍໃຫ້ຄໍາໝັ້ນສັນຍາ ຊຸກຍູ້ຫຼາຍມາດຕະການແຕກຕ່າງກັນ ຄື ເປີດເບີໂທລະສັບຕິດຕໍ່ພົວພັນລະຫວ່າງກອງທັບເຮືອ ແລະ ກອງທັບອາກາດລະຫວ່າງສອງປະເທດຕື່ມອີກ.


ຕອບກັບ

ຂ່າວ/ບົດ​ອື່ນ