ສ.ເກົາຫຼີ ແລະ ສປປ.ເກົາຫຼີ ປຶກສາຫາລືກ່ຽວກັບແຜນການຈັດການແຂ່ງຂັນຮອບຄັດເລືອກ World Cup 2022
(VOVWORLD) -ກ່ຽວຂ້ອງເຖິງການແຂ່ງຂັນຮອບຄັດເລືອກລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນຂອບເຂດງານແຂ່ງຂັນກິລາບານເຕະໂລກ World Cup Qatar 2022, ຊື່ງຄາດວ່າຈະດຳເນີນຢູ່ພຽງຢາງ ໃນເດືອນໜ້າ, ວັນທີ 2 ກັນຍາ, ກະຊວງທ້ອນໂຮມຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ....
ທ່ານ Lee Sang-min ໂຄສົກກະຊວງທ້ອນໂຮມຊາດ ສ.ເກົາຫຼີ ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ເຊີອູນ ວັນທີ 8/5/2019
ພາບ: Yonhap/TTXVN
|
ທາງກະຊວງໄດ້ສົ່ງຂ່າວໄປຍັງ ສປປ.ເກົາຫຼີ ກ່ຽວກັບການກະກຽມໃຫ້ແກ່ນັດແຂ່ງຂັນດັ່ງກ່າວແລ້ວ ແລະ ພວມລໍຖ້າຄຳຕອບຈາກປະເທດນີ້. ກ່າວຄຳເຫັນທີ່ການປະຊຸມຂ່າວນັດສາມັນ, ທ່ານ Lee Sang-min ໂຄສົກກະຊວງທ້ອນໂຮມຊາດ ສ.ເກົາຫຼີ ໃຫ້ຮູ້ວ່າ: ສະຫະພັນບານເຕະ ສ.ເກົາຫຼີ ພວມປຶກສາຫາລືກັບ ສປປ.ເກົາຫຼີ ຜ່ານສະຫະພັນບານເຕ້ອາຊີ (AFC) ກ່ຽວກັບການກະກຽມໃຫ້ແກ່ນັດແຂ່ງຂັນຄື: ບັນຊີລາຍຊື່ນັກກິລາ, ການຖ່າຍຖອດສົດ…
ຖ້ານຫາກວ່ານັດແຂ່ງຂັນດັ່ງກ່າວຖືກຈັດຂຶ້ນຢູ່ນະຄອນຫຼວງພຽງຢາງ ໃນວັນທີ 15 ຕຸລາຈະມາເຖິງ, ນີ້ຈະແມ່ນຄັ້ງທຳອິດທີ່ບັນດານັກກິລາ ສ.ເກົາຫຼີ ຈະໄດ້ດຳເນີນການແຂ່ງຂັນໃນ 29 ປີຜ່ານມາ ນັບແຕ່ການແຂ່ງຂັນໃນຂອບເຂດງານແຂ່ງຂັນກິລາເຕະບານເອກະພາບລະຫວ່າງເກົາຫຼີ ຈັດຂື້ນເມື່ອວັນທີ 11 ຕຸລາ ປີ 1990./.