ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຮື້ຖອນຄ້າຍປ້ອງກັນຊາຍແດນຢູ່ຕາມເສັ້ນຂີດຂັ້ນຊາຍແດນ

(VOVWORLD) - ກະຊວງປ້ອງກັນປະເທດ ສ.ເກົາຫຼີ ໃຫ້ຮູ້ວ່າ: ກອງທັບຂອງປະເທດນີ້ ແລະ ກອງທັບ ສປປ.ເກົາຫຼີ ໄດ້ເລີ່ມຕົ້ນການຮື້ຖອນຄ້າຍປ້ອງກັນຊາຍແດນ 20 ແຫ່ງ ພາຍຫລັງການຖອນກຳລັງພົນທະຫານ ແລະ ຍຸດທະພັນການທະຫານທັງໝົດອອກ.
ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໄດ້ຮື້ຖອນຄ້າຍປ້ອງກັນຊາຍແດນຢູ່ຕາມເສັ້ນຂີດຂັ້ນຊາຍແດນ - ảnh 1 ພາບປະກອບ

ການກະທຳນີ້ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມປະຕິບັດຂໍ້ຕົກລົງການທະຫານຮອບດ້ານ ແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ.

       ປັດຈຸບັນ, ສ.ເກົາຫຼີ ມີຄ້າຍປ້ອງກັນຊາຍແດນ 60 ແຫ່ງ, ໃນຂະນະນັ້ນ ສປປ.ເກົາຫຼີ ມີຄ້າຍປ້ອງກັນຊາຍແດນ 160 ແຫ່ງ. ເດືອນ ທັນວາ ຈະມາເຖິງ, ສ.ເກົາຫຼີ ແລະ ສປປ.ເກົາຫຼີ ຈະພ້ອມກັນຕີລາຄາເລື່ອງຮື້ຖອນຄ້າຍປ້ອງກັນຊາຍແດນລະຫວ່າງ 2 ປະເທດຄືນໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ