ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີເປັນເອ​ກະ​ພາບກ່ຽວ​ກັບ​ຮ່າງ​ຖະ​ແຫຼງ​ການ​ຢຸດ​ຕິ​ສົງ​ຄາມກັບ​ ສ​ປ​ປ.ເກົາຫຼີ

(VOVWORLD) -ວັນທີ 29 ທັນວາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ສ.ເກົາຫຼີ Chung Eui-yong ໃຫ້ຮູ້ວ່າ, ສ.ເກົາຫຼີ ແລະ ອາເມລິກາ ບັນລຸໄດ້ຄວາມເຫັນດີເປັນເອກະພາບກ່ຽວກັບຮ່າງຖະແຫຼງການຢຸດຕິສົງຄາມ ກັບ ສປປ.ເກົາຫຼີ (1950 - 1953).

ສ.ເກົາຫຼີ ແລະ ອາ​ເມ​ລິ​ກາ ບັນ​ລຸ​ໄດ້​ຄວາມ​ເຫັນ​ດີເປັນເອ​ກະ​ພາບກ່ຽວ​ກັບ​ຮ່າງ​ຖະ​ແຫຼງ​ການ​ຢຸດ​ຕິ​ສົງ​ຄາມກັບ​ ສ​ປ​ປ.ເກົາຫຼີ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Chung Eui-yong (ພາບ: Yonhap)

ຕາມຜູ້ນຳໜ້າຂະແໜງການຕ່າງປະເທດ ສ.ເກົາຫຼີ ແລ້ວ, ປະເທດນີ້ ແລະ ອາເມລິກາ ຈະແບ່ງປັນຄວາມຮັບຮູ້ກ່ຽວກັບຄວາມສຳຄັນຂອງຖະແຫຼງການຢຸດຕິສົງຄາມກັບ ສປປ.ເກົາຫຼີ ແລະ ບັນລຸໄດ້ຂໍ້ຕົກລົງໃນຕົວຈິງ. ຖ້າຫາກໄດ້ຮັບການຮັບຮອງ, ນີ້ຈະແມ່ນຈຸດເລີ່ມຕົ້ນເພື່ອເຊື່ອມຕໍ່ການເຈລະຈາກັບ ພຽງຢາງ ແລະ ນຳມາເຊິ່ງສັນຕິພາບທີ່ຍາວນານໃນແຫຼມເກົາຫຼີ.

ມາຮອດປັດຈຸບັນ, ພຽງຢາງຍັງບໍ່ທັນມີປະຕິກິລິຍາໃດຕໍ່ບັນດາຂໍ້ສະເໜີການເຈລະຈາກັບ ເຊີອູນ ແລະ ວໍຊິງຕັນ, ໃນອາຍຸການ 5 ປີຂອງ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ຈະສິ້ນສຸດໃນເດືອນພຶດສະພາ ປີ 2022. ຕາມທ່ານລັດຖະມົນຕີການຕ່າງປະເທດ Chung Eui-yong ແລ້ວ, ເຖິງວ່າສປປ.ເກົາຫຼີ ບໍ່ໄດ້ສະແດງບັນດາປະຕິກິລິຍາຢ່າງຕັ້ງໜ້າ ແລະ ວ່ອງໄວຕໍ່ຖະແຫຼງການຢຸດຕິສົງຄາມກໍ່ຕາມ, ແຕ່ທັງ ອາເມລິກາ ແລະ ສ.ເກົາຫຼີ ລ້ວນແຕ່ມີຄວາມຫວັງວ່າ ປະເທດນີ້ ຈະຍົກອອກປະຕິກິລິຍາທີ່ລະອຽດ ກ່ວາ. ສອງປະເທດພວມພິຈາລະນາຫຼາຍວິທີການທີ່ແຕກຕ່າງກັນ ກ່ຽວກັບການຊຸກຍູ້ ການປຶກສາຫາລື ກັບ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ