ສ.ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະມີ​ການ​ກະ​ທໍ​າ​ທີ່ວ່ອງ​ໄວ​ກວ່າ ເພື່​ອ​ເຊື່ອມ​ຕ​ໍ່​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ ຄືນ​ໃໝ່

(VOVWORLD) -ວັນທີ 27 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Lee In – young ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະມີການເຄື່ອນໄຫວທີ່ວ່ອງໄວກວ່າ ເພື່ອເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ, ພ້ອມທັງຮຽກຮ້ອງໃຫ້ ພຽງຢາງ ໃຫ້ຄຳຕອບຢ່າງມີໄຫວພິບຕໍ່ບັນດາຂໍ້ສະເໜີເຈລະຈາ. 
ສ.ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະມີ​ການ​ກະ​ທໍ​າ​ທີ່ວ່ອງ​ໄວ​ກວ່າ ເພື່​ອ​ເຊື່ອມ​ຕ​ໍ່​ການ​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ ຄືນ​ໃໝ່ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ Lee In – young (ພາບ: TTXVN)

ທ່ານ Lee In-young ໄດ້ຍົກອອກຄຳສະເໜີດັ່ງກ່າວໃນເຫດການໜຶ່ງທີ່ເປັນຂີດໝາຍສິ້ນສຸດບັ້ນເຄື່ອນໄຫວ “ຍ່າງເພື່ອຄວາມເອກະພາບ” ໂດຍກະຊວງດັ່ງກ່າວຈັດຂຶ້ນ, ໃນນັ້ນ ປະຊາຊົນນັບສິບໆຄົນໄດ້ພ້ອມກັນຍ່າງລຽບຕາມເສັ້ນຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ໃນເວລາ 13 ວັນ ເພື່ອສະແດງຄວາມຫວັງຢາກທ້ອນໂຮມ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ເປັນເອກະພາບ. ນີ້ແມ່ນຄັ້ງທຳອິດ ໃນຈຳນວນ 10 ຄັ້ງທີ່ຄາດວ່າຈະປະຕິບັດໃນປີນີ້.

        ໃນໄລຍະຜ່ານມາ, ສ.ເກົາຫຼີ ແລະ ອາເມລິກາ ໄດ້ສົ່ງສັນຍານຢາກເຊື່ອມຕໍ່ການເຈະລຈາຄືນໃໝ່ກັບ ສປປ.ເກົາຫຼີ ແຕ່ວັນທີ 23 ມິຖຸນາ, ກະຊວງການຕ່າງປະເທດ ສປປ.ເກົາຫຼີ ໄດ້ອອກແຈ້ງການ, ປະຕິເສດຂໍ້ສະເໜີຂອງ ອາເມລິກາ.

 


 

ຕອບກັບ

ຂ່າວ/ບົດ​ອື່ນ