ສ.ເກົາຫຼີກະກຽມນຳລະບົບບາໂຄດເຂົ້າເຄື່ອນໄຫວ
ລົດໂອໂຕເດີນທາງຈາກນະຄອນPaju, ແຂວງ Gyeonggi ເຖິງເຂດອຸດສາຫະກຳລວມ Kaesong.
(ພາບ: AFP/TTXVN)
(vovworld) – ວັນທີ 13/1, ກະຊວງທ້ອນໂຮມຊາດ ສ ເກົາຫຼີ ໃຫ້ຮູ້ວ່າ: ລະບົບບາໂຄດ (RFID) ລຽບຕາມເຂດຊາຍແດນລະຫວ່າງ 2 ພາກ ເກົາຫຼີ, ເພື່ອແນໃສ່ສ້າງຄວາມສະດວກໃຫ້ແກ່ການໄປມາ ແລະ ຂົນສົ່ງວັດຖຸສິ່ງຂອງເຂົ້າ - ອອກເຂດອຸດສາຫະກຳລວມ Kaesong, ຈະຖືກນຳເຂົ້າເຄື່ອນໄຫວແຕ່ທ້າຍອາທິດນີ້. ກ່າວຄຳເຫັນທີ່ການປະຊຸມຂ່າວ, ໂຄສົກຂອງກະຊວງ ດັ່ງກ່າວ ທ່ານ Kim Eui-do ໃຫ້ຮູ້ວ່າ: ເລື່ອງຈັດຕັ້ງລະບົບ RFID ຢູ່ Kaesong ຢູ່ເທດສະບານມີຊື່ດຽວກັນໃນເຂດດິນແດນ ສປປ ເກົາຫຼີ ຈະຖືກນຳເຂົ້າເຄື່ອນໄຫວ ພາຍຫຼັງນຳໃຊ້ທົດລອງໃນເວລາ 1 – 2 ອາທິດຈະມາເຖູິງ. ລະບົບ RFID ອະນຸຍາດໃຫ້ບັນດາພາລະກອນໄປ - ມາຢ່າງເສລີຢູ່ເຂດປອດການທະຫານ (DMZ) ເຊິ່ງແມ່ນບ່ອນຂີດຂັ້ນແບ່ງ ສ ເກົາຫຼີ ແລະ ສປປ ເກົາຫຼີ ໃນບໍ່ວ່າເວລາໃດໃນມື້. ປະຈຸບັນ, ປະຊາຊົນ ສ ເກົາຫຼີ ແລະ ສປປ ເກົາຫຼີ ອາດສາມາດໄປ - ມາເຂດຊາຍແດນໂດຍພາຍໃຕ້ການຕິດຕາມກວດກາຢ່າງແໜ້ນແຟ້ນໃນເວລາທີ່ໄດ້ກຳນົດ. ຖ້າຫາກລະເມີດ, ເຂົາເຈົ້າຈະຖືກປັບໄໝດ້ານການເງິນ. ລະບົບ RFID ໄດ້ຮັບຫວັງວ່າຈະຊ່ວຍເຊື່ອມຕໍ່ການເຈລະຈາຄັ້ງຕ່າງໆກ່ຽວກັບການຈັດຕັ້ງກອງປະຊຸມກ່ຽວກັບການພົວພັນລົງທຶນໃຫ້ບັນດານັກລົງທຶນຕ່າງປະເທດຢູ່ Kaesong.