ສ.ເກົາຫຼີ,ຍີ່ປຸ່ນເຫັນດີກໍ່ຄວາມກົດດັນຢ່າງແຮງຕໍ່ສປປ.ເກົາຫຼີ

(VOVWORLD) -ວັນທີ 30 ພຶດສະພາ, ທຳນຽບປະທານາທິບໍດີສ.ເກົາຫຼີ ໃຫ້ຮູ້ວ່າ, ໃນວັນທີ 30 ພຶດສະພາ, ທ່ານປະທານາທິບໍດີ Moon Jae in ແລະ ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ເຫັນດີເປັນເອກະສັນນຳກັນວ່າ ຕ້ອງນຳໃຊ້ບັນດາມາດຕະການລົງໂທດຕື່ມອີກ ແລະ ກໍ່ຄວາມກົດດັ່ນຕໍ່ສປປ.ເກົາຫຼີ. 

ສ.ເກົາຫຼີ,ຍີ່ປຸ່ນເຫັນດີກໍ່ຄວາມກົດດັນຢ່າງແຮງຕໍ່ສປປ.ເກົາຫຼີ - ảnh 1

ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe 

 (ພາບປະກອບ: AFP/TTXVN)

ໂຄສົກຂອງປະທານາທິບໍດີສ.ເກົາຫຼີ, ທ່ານ Park Soo – Hyun ໃຫ້ຮູ້ວ່າ, ການນຳ 2 ທ່ານໄດ້ເຫັນດີນຳກັນໃນການໂອ້ລົມທາງໂທລະສັບທີ່ແກ່ຍາວເປັນເວລາ 20 ນາທີ່, ການໂອ້ລົມຖືກດຳເນີນພາຍຫຼັງທີ່ ສປປ.ເກົາຫຼີ ດຳເນີນເຫດຍິງທົດລອງລູກສອນໄຟນຳວິຖີ 1 ວັນ. ຕາມເຈົ້າໜ້າທີ່ຜູ້ນີ້ແລ້ວ, ທ່ານປະທານາທິບໍດີສ.ເກົາຫຼີ ໄດ້ເນັ້ນໜັກເຖິງຄາດໝາຍສຸດທ້າຍຂອງບັນດາມາດຕະການດັ່ງກ່າວ ແມ່ນນຳພຽງຢາງ ກັບຄືນສູ່ບັນດາການເຈລະຈາກ່ຽວກັບການປອດນິວເຄຼຍໃນແກຼມເກົາຫຼີຢ່າງສິ້ນເຊີງ. ຕາມທ່ານປະທານາທິບໍດີສ.ເກົາຫຼີ ແລ້ວ, ການເຈລະຈາພຽງຖືກດຳເນີນ ຖ້າຫາກສປປ.ເກົາຫຼີ ປະລະໂຄງການພັດທະນານິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ