ສ.ເກົາຫຼີຕຳໜິຕິຕຽນບັນດາການກະທຳຂອງຍີ່ປຸ່ນກ່ຽວຂອງເຖິງວິຫານYasukuni
ວິຫານ Yasukuni
(ພາບອີນເຕແນັດ)
(vovworld) – ວັນທີ 18/10, ສ.ເກົາຫຼີ ໄດ້ຕຳໜິຕິຕຽນເລື່ອງ ຫວ່າງແລ້ວນີ້, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ໄດ້ຝາກເຄື່ອງຂອງບູຊາເຖິງວິຫານ Yasukuni ແລະ ເລື່ອງລັດຖະມົນຕີກະຊວງຍຸດຕິທຳ ແລະ ລັດຖະມົນຕີກະຊວງພາຍໃນຍີ່ປຸ່ນ ໄດ້ເຂົ້າໄຫວ້ອາໄລຢູ່ວິຫານດັ່ງກ່າວ. ລັດຖະມົນຕີກະຊວງການຕ່າງປະເທດສ.ເກົາຫຼີ ຖືວ່າ, ການກະທຳນີ້ “ບໍ່ຕ່າງຫຍັງສະໜັບສະໜູນແກ່ການກະທຳຮຸກຮານໃນໄລຍະສົງຄາມຂອງຍີ່ປຸ່ນ”. ສິ່ງດັ່ງກ່າວ “ໄປຝືນກັບຄວາມມານະພະຍາຍາມເພື່ອປັບປຸງການພົວພັນກັບຍີ່ປຸ່ນ ຜ່ານບັນດາການພົບປະຄັ້ງສຸດຍອດ 3 ຝ່າຍກັບຈີນ”. ນອກຈາກນັ້ນ, ກະຊວງການຕ່າງປະເທດສ.ເກົາຫຼີ ຍັງຖືວ່າ, ການພັດທະນາການພົວພັນສະຖຽນລະພາບລະຫວ່າງສ.ເກົາຫຼີ ແລະ ຍີ່ປຸ່ນ ພຽງແຕ່ບັນລຸໄດ້ ເມື່ອຍີ່ປຸ່ນ ຮັບມີທ້າທີກິນແໜງຕໍ່ບັນດາການກະທຳທີ່ຜິດພາດໃນອະດີດ, ດ້ວຍຄວາມຮັບຮູ້ຢ່າງຖືກຕ້ອງກ່ຽວກັບປະຫວັດສາດເທົ່ານັ້ນ.