ສ.ເກົາຫຼີ​ປະ​ກາດ​ເນື້ອ​ໃນຫຼັກ​ຂອງກອງ​ປະ​ຊຸມ​ສຸດຍອດ ສ.ເກົາຫຼີ - ຍີ່​ປຸ່ນ

(VOVWORLD) - ທ່ານ ໂຄສົກປະທານາທິບໍດີ ສ.ເກົາຫຼີ Lee Do-woon ໄດ້ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Kishida ມີຄວາມໝາຍສຳຄັນໃນການສ້າງຂີດໝາຍຟື້ນຟູການທູດໄປມາຢ່າງຮອບດ້ານ.
ສ.ເກົາຫຼີ​ປະ​ກາດ​ເນື້ອ​ໃນຫຼັກ​ຂອງກອງ​ປະ​ຊຸມ​ສຸດຍອດ ສ.ເກົາຫຼີ - ຍີ່​ປຸ່ນ - ảnh 1ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida
 (ພາບ:  AFP/TTXVN)

ວັນທີ 4 ພຶດສະພາ, ສຳນັກຂ່າວສານ Yonhap ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Fumio Kishida ຄາດວ່າຈະໄປຍັງນະຄອນຫຼວງ ເຊີອູນຂອງ ສ.ເກົາຫຼີ ໃນວັນທີ 7 ພຶດສະພາ ເພື່ອຢ້ຽມຢາມ ແລະ ເຮັດວຽກ ເປັນເວລາ 2 ມື້. ທ່ານ ໂຄສົກປະທານາທິບໍດີ ສ.ເກົາຫຼີ Lee Do-woon ໄດ້ເນັ້ນໜັກວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ Kishida ມີຄວາມໝາຍສຳຄັນໃນການສ້າງຂີດໝາຍຟື້ນຟູການທູດໄປມາຢ່າງຮອບດ້ານ, ໝາຍຄວາມວ່າ ການນຳສອງປະເທດຈະໄປຢ້ຽມຢາມເຊິ່ງກັນແລະກັນ. ຄາດວ່າໃນວັນທີ 7 ພຶດສະພາ, ການນຳສອງປະເທດຈະເຂົ້າຮ່ວມການເຈລະຈາ ກ່ອນທີ່ຈະຈັດການຖະແຫຼງຂ່າວຮ່ວມ. ບັນດາຫົວຂໍ້ປຶກສາຫາລືລວມມີການປ້ອງກັນຊາດ, ບັນດາຂະແໜງເຕັກໂນໂລຢີສູງ, ວິທະຍາສາດ ແລະ ເຕັກໂນໂລຢີ, ການຮ່ວມມືໃນຂົງເຂດວັດທະນະທຳ ແລະ ຊາວໜຸ່ມ. ໃນວັນດຽວກັນ, ທ່ານປະທານາທິບໍດີ ສ.ເກົາຫຼີ ພ້ອມກັບພັນລະຍາ ຈະມີແຜນການຈັດງານລ້ຽງຕ້ອນຮັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ພັນລະຍາ. ການຢ້ຽມຢາມດັ່ງກ່າວ ແມ່ນການເດີນທາງໄປປະຕິບັດງານຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Kishida ໄປຍັງ ສ.ເກົາຫຼີ ນັບແຕ່ເວລາທ່ານຂຶ້ນກຳອຳນາດໃນເດືອນຕຸລາ ປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ