ສ.ເກົາຫຼີປະຕິຮູບຫ້ອງວ່າການປະທານາທິບໍດີ
ທ່ານນາງປະທານາທິບໍດິສ.ເກົນຫຼີ Park Geun hye
(ພາບປະກອບ: AFP)
(vovworld) - ວັນທີ 30/10, ທ່ານນາງປະທານາທິບໍດິສ.ເກົາຫຼີ Park Geun hye ໄດ້ດຳເນີນການປະຕິຮູບຫ້ອງວ່າການປະທານາທິບໍດີສ່ວນໜຶ່ງ, ໃນສະພາບທີ່ທ່ານນາງພວມຖືກກ່າວຫາວ່າໄດ້ໃຫ້ສ່ຽວຜູ້ໜຶ່ງແຊກແຊງເຂົ້າບັນດາບັນຫາທີ່ສຳຄັນຂອງຊາດ. ທ່ານນາງ Park Geun hye ໄດ້ເຫັນດີຕໍ່ໃບຂໍລາອອກຈາກຕຳແໜ່ງຂອງຜູ້ທີ່ໃຫ້ຄຳປຶກສາຂັ້ນສູງ 5 ທ່ານ, ໃນນັ້ນມີຫົວໜ້າຫ້ອງວ່າການປະທານາທິບໍດີ ແລະ ບັນດາເລຂາຂັ້ນສູງຮັບຜິດຊອບປະສານງານນະໂຍບາຍ, ພົນລະເຮືອນ, ການເມືອງ ແລະ ບັນດາການພົວພັນພາກລັດ. ຫຼັງຈາກນັ້ນ, ທ່ານນາງ Park Geun hye ໄດ້ຕົກລົງແຕ່ງຕັ້ງທ່ານອະດີດນັກໄອຍະການ Choi Jai kyeong ຮັບດຳລົງຕຳແໜ່ງເລຂາຂັ້ນສູງ ຮັບຜິດຊອບບັນດາບັນຫາພົນລະເຮືອນ; ທ່ານອະດີດໂຄສົກສະພາແຫ່ງຊາດ Bae Sung rye ເປັນຫົວໜ້າຄະນະເລຂາຮັບຜິດຊອບບັນດາບັນຫາພາກລັດ. ຖະແຫຼງການຂອງຫ້ອງວ່າການປະທານາທິບໍດີໃຫ້ຮູ້ວ່າ, 3 ຕຳແໜ່ງຍັງເຫຼືອຈະໄດ້ຮັບການແຕ່ງຕັ້ງໃນໄວໆນີ້.