ສເກົາຫຼີພ້ອມກັບປະເທດຕ່າງໆ ຮັບມືກັບເລື່ອງສປປ ເກົາຫຼີ ຍິງດາວທຽມ

ສເກົາຫຼີພ້ອມກັບປະເທດຕ່າງໆ ຮັບມືກັບເລື່ອງສປປ ເກົາຫຼີ ຍິງດາວທຽມ  - ảnh 1

ລູກ​ສອນ​ໄຟ​ນຳ​ດາວ​ທຽມ​ຂອງສປປ ​ເກົາຫຼີ

(ພາບ:vnexpress.net)

(VOV)-  ສ​ເກົາຫຼີ ​​ໄດ້​ມີ​ການ​ປະສານ​ສົມທົບ, ປຶກສາ​ຫາລື​ກັບບັນດາ​ປະ​ເທດທີ່​ກ່ຽວຂ້ອງ​ເຖິງ​ການ​ເຈລະຈາ​ນິວ​ເຄຼຍ 6 ຝ່າຍ​ຄື: ອາ​ເມ​ລິ​ກາ, ຈີນ, ຍີ່ປຸ່ນ ​ແລະ ລັດ​ເຊຍ ​ເພື່ອ​ຮັບ​ມື​ກັບ​ເລື່ອງ ສປປ​ເກົາຫຼີ ຖະ​ແຫຼ​ງແຜນການ​ຍິງ​ດາວ​ທຽມ. ວັນ​ທີ 4/12, ທ່ານ Lim Sung, ຫົວໜ້າ​ຄະນະ​ເຈລະຈາ 6 ຝ່າຍ​ຂອງ ສ​ເກົາຫຼີ ​ໄດ້​​ເດີນທາງໄປຍັງ​ອາ​ເມ​ລິ​ກາ​ ເພື່ອປຶກສາ​ຫາລື​ບັນດາມາດ​ຕະການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ບັນຫາ​ຍິງ​ດາວ​ທຽມຂອງ ສປປ​ເກົາຫຼີ. ​ຝ່າຍ​ສ​ເກົາຫຼີ ​ໃຫ້​ຮູ້​ວ່າ: ຖ້າ​ຫາກ​ວ່າ ສປປ​ເກົາຫຼີ ​ເດັດດ່ຽວຈະ​ຍິງ​ລູກ​ສອນ​ໄຟ​ຕາມ​ແຜນການ, ສປຊ ຈະ​ຈັດການ​ປະຊຸມ​ສະມັດຊາ​ໃຫ່ຍສະພາ​ຄວາມໝັ້ນຄົງ​ເພື່ອ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ແກ້​ໄຂ​ບັນຫາ​ນີ້.

 

 

ຂ່າວ/ບົດ​ອື່ນ