ສ.ເກົາຫລີ ປະກາດເພີ່ມກອງທຶນຮ່ວມມືກັບອາຊຽນ ຂຶ້ນທົບສອງເທົ່າ

(VOVWORLD) - ສ.ເກົາຫລີ ແລະອາຊຽນ ກໍ່ຈະເລີ່ມປະຕິບັດໂຄງການປ່ຽນໃຫມ່ດິຈີຕອນແຖວຫນ້າໃນທ້າຍປີນີ້ ດ້ວຍບ້ວງເງິນລົງທຶນລວມມູນຄ່າ 30 ລ້ານ USD ຊື່ງໄດ້ຂຶ້ນແຜນຈົນຮອດປີ 2028.
ສ.ເກົາຫລີ ປະກາດເພີ່ມກອງທຶນຮ່ວມມືກັບອາຊຽນ ຂຶ້ນທົບສອງເທົ່າ - ảnh 1ທ່ານ ປະທານາທິບໍດີ ສ. ເກົາຫລີ Yoon Suk Yeol  ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງ ອາຊຽນ -ສ.ເກົາຫລີ. ພາບ:Dương Giang/TTXVN

ວັນທີ 10 ຕຸລາ, ປະທານາທິບໍດີ ສ. ເກົາຫລີ Yoon Suk Yeol ໄດ້ປະກາດວ່າ ປະເທດນີ້ ຈະເພີ່ມກອງທຶນຮ່ວມມືກັບ ອາຊຽນ ຂຶ້ນທົບສອງເທົ່າ ແມ່ນ 48 ຕື້ USD ໃນປີ 2027 ເພື່ອຫນູນຊ່ວຍບັນດາໂຄງການສຳຄັນໃນພາກພື້ນ.ຄຳໝັ້ນສັນຍາດັ່ງກ່າວໄດ້ຍົກອອກມາໃນກອງປະຊຸມສຸດຍອດ ອາຊຽນ - ສ. ເກົາຫລີ ຢູ່ ລາວ, ພາຍຫລັງສອງຝ່າຍຍົກການພົວພັນຂຶ້ນເປັນ “ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ”

ທີ່ກອງປະຊຸມດຳເນີນຢູ່ ວຽງຈັນ, ສອງຝ່າຍໄດ້ເຫັນດີນຳກັນສ້າງຕັ້ງກອງປະຊຸມຂັ້ນກະຊວງປ້ອງກັນປະເທດ ສ. ເກົາຫລີ - ອາຊຽນ ແລະ ເປີດກວ້າງການຮ່ວມມືໃນຄວາມໝັ້ນຄົງການເດີນທະເລ ແລະຂະແຫນງອຸດສາຫະກຳດ້ານປ້ອງກັນຊາດ. ສອງຝ່າຍກໍ່ໃຫ້ຄຳໝັ້ນສັນຍາ ຊຸກຍູ້ການຮ່ວມມືໃນຂົງເຂດຕົ້ນຕໍ. ສ.ເກົາຫລີ ແລະອາຊຽນ ກໍ່ຈະເລີ່ມປະຕິບັດໂຄງການປ່ຽນໃຫມ່ດິຈີຕອນແຖວຫນ້າໃນທ້າຍປີນີ້ ດ້ວຍບ້ວງເງິນລົງທຶນລວມມູນຄ່າ 30 ລ້ານ USD ຊື່ງໄດ້ຂຶ້ນແຜນຈົນຮອດປີ 2028.

ຕອບກັບ

ຂ່າວ/ບົດ​ອື່ນ