ພົນທະຫານສເກົາຫລີໄປລາດຕາເວັນ
|
(vovworld)- ບັນດາເຈົ້າຫນ້າທີ່ອະວຸໂສປ້ອງກັນປະເທດ ສເກົາຫລີ ແລະ ອາເມລິກາ ເລີ່ມຕົ້ນການເຈລະຈາໃຫມ່ ຢູ່ ວໍຊິງຕັນ ໃນວັນທີ 6/8 ເພື່ອກຳນົດເວລາໂຈະການມອບສິດບັນຊາການເຄື່ອນໄຫວໄລຍະສະໄຫມສົງຄາມ(OPCON) ຈາກຝ່າຍອາເມລິກາໃຫ້ແກ່ ສເກົາຫລີ. ຮອບເຈລະຈາ ຄາດວ່າແກ່ຍາວຮອດວັນທີ 7/8 ນີ້ ມີຄວາມໝາຍສຳຄັນ ເພາະວ່າ ນີ້ອາດຈະແມ່ນຮອບເຈລະຈາສຸດທ້າຍກ່ອນທີ່ ອາເມລິກາ ແລະ ສເກົາຫລີ ດຳເນີນກອງປະຊຸມລັດຖະມົນຕີປ້ອງກັນປະເທດປະຈຳປີຢູ່ ວໍຊິງຕັນ ໃນເດືອນ 10 ຈະມາເຖິງ, ຊື່ງແມ່ນຈຸດເວລາ ສອງຝ່າຍຄາດວ່າຈະປະກາດຂໍ້ຕົກລົງໂຈະການມອບໂອນນີ້. ນີ້ແມ່ນຮອບເຈລະຈາທີ 2 ຊື່ງສອງປະເທດໄດ້ຈັດຕັ້ງຂຶ້ນນັບແຕ່ເດືອນ 4 ເມື່ອ ທ່ານນາງ ປະທານາທິບໍດີ ສເກົາຫລີ Park Geun Hye ແລະ ປະທານາທິບໍດີ ອາເມລິກາ Barack Obama ໄດ້ເຫັນດີນຳກັນວ່າ: ເວລາມອບໂອນ OPCON ຄາດວ່າ ຈະດຳເນີນໃນປີ 2015 ອາດຈະໄດ້ຮັບການພິຈາລະນາຄືນໃຫມ່. ການນຳສອງທ່ານ ໄດ້ຕົກລົງໃຫ້ລັດຖະບານສອງປະເທດ ກຳນົດເວລາ ແລະ ເງື່ອນໄຂເໝາະສົມໃຫ້ແກ່ວິວັດການມອບໂອນ OPCON.