ສເກົາຫຼີສະເໜີກໍ່ສ້າງສວນສາທາລະນະ ສາກົນຢູ່ເຂດຊາຍແດນລະຫວ່າງ ສອງພາກເກົາຫຼີ
ທ່ານນາງປະທານາທິບໍດີສເກົາຫຼີ Park Geun Hye
(ພາບ: cpnagasaki)
(vovworld)- ໃນການກະທຳທີ່ໄດ້ຮັບຮູ້ວ່າເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ ໃນປະຈຸບັນ, ວັນທີ 8/5, ທ່ານນາງ Park Geun Hye ປະທານາທິບໍດີສເກົາຫຼີ ໄດ້ສະເໜີກໍ່ສ້າງສວນສາທາລະນະສາກົນແຫ່ງໜຶ່ງໃນເຂດຊາຍແດນລະຫວ່າງສເກົາຫຼີ ແລະ ສປປເກົາຫຼີ. ກ່າວຄຳເຫັນຕໍ່ໜ້າສະພາຕ່ຳ ແລະ ສະພາສູງອາເມລິກາ ຢູ່ວໍຊິງຕັນ, ທ່ານນາງ Park Geun Hye ຖືວ່າ: ເຂດປອດການທະຫານ (DMZ) ແມ່ນເຂດປັບປຸງສັນຕິພາບຫາກບໍ່ແມ່ນທຳລາຍສັນຕິພາບ ແລະ ຫວັງວ່າ ສອງຝ່າຍຈະກໍ່ສ້າງສວນສາທາລະນະສາກົນແຫ່ງໜຶ່ງຢູ່ພາຍໃນເຂດ DMZ, ຖືວ່າ: ນີ້ແມ່ນສານສັນຕິພາບທີ່ຝາກເຖິງໂລກ. ທ່ານນາງປະທານາທິບໍດີສເກົາຫຼີ Park Geun Hye ຖືວ່າ, ຂໍ້ສະເໜີນີ້ແມ່ນສ່ວນໜຶ່ງໃນແນວຄວາມຄິດຂອງທ່ານນາງກ່ຽວກັບການສ້າງການພົວພັນລະຫວ່າງສອງພາກເກົາຫຼີ ໃຫ້ເປັນປົກກະຕິ ໃນວິວັດການຊອກຫາມາດຕະການມຸ້ງໄປເຖິງສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ ຊື່ງທ່ານນາງໄດ້ຍົກອອກມາໃນບັ້ນຂົນຂວາຍຫາສຽງເລືອກຕັ້ງປະທານາ ທິບໍດີຫວ່າງແລ້ວນີ້.