ສ.ເກົາຫຼີ,ອາເມລິກາ,ຍີ່ປຸ່ນກ່າວເຕືອນສປປ.ເກົາຫຼີ

ສ.ເກົາຫຼີ,ອາເມລິກາ,ຍີ່ປຸ່ນກ່າວເຕືອນສປປ.ເກົາຫຼີ - ảnh 1
ສ.ເກົາຫຼີ,ອາເມລິກາ,ຍີ່ປຸ່ນກ່າວເຕືອນສປປ.ເກົາຫຼີ
(ພາບ: AFP/TTXVN)

(vovworld) - ​ວັນ​ທີ 19/04, ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ສ.ເກົ​າ​ຫຼີ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໄດ້​ກ່າວ​ເຕືອນ​ສ​ປ​ປ.ເກົ​າ​ຫຼີ ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຫຼາຍ​ມາດ​ຕະ​ການ​ລົງ​ໂທດ​ຢ່າງ​ແຂງ​ແຮງກວ່າ ແລະ ຈະ​ຖ​ືກ​ຕົກຢູ່​ໂດດດ່ຽວ​ກວ່າ​​ອີກ ຖ້າ​ຫາກ​ປະ​ເທດນີ້​ສືບ​ຕໍ່​ມີ​ບັນ​ດາ​ການ​ກະ​ທຳ​ເກາະ​ຜິດ. ທ່າ​ນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສ.ເກົາ​ຫຼີ Lim Sung nam ໄດ້​ຍົກ​ອອກ​ຄຳ​ແຫຼງ​ດັ່ງ​ກ່າວ​ທີ່​ການ​ປະ​ຊຸມ​ຂ່າວ​ຮ່ວມ ພາຍ​ຫຼັງ​ການ​ເຈ​ລະ​ຈາ 3 ຝ​່າຍ​ກັບ​ຄູ່​ຕ​ຳ​ແໜ່ງ​ອາ​ເມ​ລິ​ກາ Tony Blinken ແລະ ຄູ່​ຕຳ​ແໜ່ງຂອງ​ຍີ່​ປຸ່ນ ທ່ານ Akitaka Saiki ຢູ່​ເຊີ​ອຸນ ກ່ອນ​ໜ້ານັ້ນໃນ​ວັນ​ດຽວ​ກັນ. ໃນ​ຂະ​ນະ​ນັ້ນ, ທ່າ​ນ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິກ​າ Tony Blinken ໃຫ​້​ຮູ້​ວ່າ, 3 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ເປີດ​ກວ້າງ​ການ​ຮ່ວມມ​ື​ເພື່ອ​ຮັບ​ມື​ກັບ​ການ​ກະ​ທຳ​ເກາະ​ຜິດ​ຂອງ​ສ​ປ​ປ.ເກົາ​ຫຼີ. ສ່ວນ​ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ Akitaka Saiki ຖື​ວ່າ, ບັນ​ດາ​ການ​ກະ​ທຳ​ເກາ​ະ​ຜິດ​ຢ່າງ​ຕໍ່​ເນື່ອງ​ຂອງ​ສ​ປ​ປ.ເກົາ​ຫຼີ, ໃນ​ນັ້ນ​ມີ​ການ​ຍິງ​ລູກ​ສອນ​ໄຟ​ນຳ​ວິ​ຖ​ີ​ໄລ​ຍະ​ກາງ​ທີ່ຖືກ​ປະ​ລ​າ​ໄຊ​ໃນ​ອາ​ທິດ​ກ່ອນ ແມ່ນ​ການ​ກະ​ທຳ​ລະ​ເ​ມີດ ແລະ ບໍ່​​ອາດ​ຮັບ​ຮູ້​ໄດ້ ສຳ​ລັບ​ບັນ​ດາ​ມະ​ຕິ​ທີ່​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ.

ຂ່າວ/ບົດ​ອື່ນ