ສ.ເກົາຫຼີ-ອາເມລິກາຢັ້ງຢືນຄືນການຜັນຂະຫຍາຍTHAADໃນປີ2017
ລະບົບປ້ອງກັນລູກສອນໄຟລະດັບສູງໄລຍະສຸດທ້າຍ (THAAD)
(ພາບ:Sputnik)
|
(vovworld) - ວັນທີ 31/1, ທ່ານ Han Min – koo, ລັດຖະມົນຕີກະຊວງປ້ອງກັນປະເທດ ສ. ເກົາຫຼີ ແລະ ຄູ່ຕຳແໜ່ງ ອາເມລິກາ James Mattis ໄດ້ຢັ້ງຢືນຄືນແຜນການຜັນຂະຫຍາຍລະບົບປ້ອງກັນລູກສອນໄຟລະດັບສູງໄລຍະສຸດທ້າຍ (THAAD) ໃນປີນີ້ເພື່ອຮັບມືກັບ ສປປ ເກົາຫຼີ. ແຈ້ງການຂອງກະຊວງປ້ອງກັນປະເທດ ສ ເກົາຫຼີ ໄດ້ໃຫ້ຮູ້ວ່າ ເຈົ້າໜ້າທີ 2 ທ່ານດັ່ງກ່າວໄດ້ມີການໂອ້ລົມທາງໂທລະສັບແກ່ຍາວເປັນເວລາ 30 ນາທີ. 2 ຝ່າຍໄດ້ເຫັນດີເປັນເອກະສັນຮັກສາການກຽມພ້ອມຮັບມືກັບທຸກໆການກະທຳເກາະຜິດຂອງ ສປປ ເກົາຫຼີ, ໃນສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນໃນແຫຼມ ເກົາຫຼີ ພາຍຫຼັງການນຳ ສປປ ເກົາຫຼີ ໄດ້ຖະແຫຼງກຽມພ້ອມຍິງລຸກສອນໄຟນຳວິຖີຂ້າມທະວີບໃນບົດກ່າວປາໄສຕົ້ນປີໃໝ່ຫວ່າງມໍ່ໆມານີ້.