ພາລະກອນການແພດ ສ. ເກົາຫຼີ
(ພາບ: AFP/TTXVN)
|
(vovworld) – ວັນທີ 4/6, ກະຊວງສາທາລະນະສຸກ ສ. ເກົາຫຼີ ປະກາດມີອີກກໍລະນີທີ 3 ເສຍຊີວິດ ຍ້ອນໂລກພະຍາດອັກເສບລະບົບຫາຍໃຈເຂດຕາເວັນອອກກາງ (MERS) ຢູ່ປະເທດນີ້, ພ້ອມທັງຍົກຍອດຈຳນວນຜູ້ຕິດໂລກພະຍາດດັ່ງກ່າວຢູ່ ສ. ເກົາຫຼີ ແມ່ນຂຶ້ນເຖິງ 36 ຄົນ. ຄົນເຈັບທີ່ຫາກໍ່ເສຍຊີວິດແມ່ນພໍ່ຕູ້ທີ່ມີອາຍຸ 82 ປີຍ້ອນຕິດໄວຣັດ MERS ພາຍຫຼັງເສຍຊີວິດຢູ່ໂຮງໝໍແຫ່ງໜຶ່ງຢູ່ ສ. ເກົາຫຼີ ໃນວັນທີ 3/6.
ແລະກໍ່ໃນວັນດຽວກັນ, ໂຮງຮຽນຂອງ ສ. ເກົາຫຼີ ກ່ວາ 900 ແຫ່ງຖືກປິດປະຕູໃນສະພາບວົງການເຈົ້າໜ້າທີ່ປະເທດນີ້ມານະພະຍາຍາມເຮັດໃຫ້ປະຊາຊົນອຸ່ນອ່ຽນໃຈຕໍ່ສະພາບໂລກພະຍາດ MERS ພວມແຜ່ຂະຫຍາຍຢ່າງແຮງ. ນັບແຕ່ວັນທີ 20/5 ເຊິ່ງແມ່ນຈຸດເວລາພົບເຫັນກໍລະນີຕິດໂລກພະຍາດ MERS ທຳອິດຢູ່ ສ. ເກົາຫຼີ, ມາຮອດປະຈຸບັນໄດ້ມີກ່ວາ 1.660 ຄົນຖືກແຍກອອກຕ່າງຫາກຍ້ອນສົງໄສຕິດໄວຣັດອັນຕະລາຍ MERS.