ສ.ເກົາຫຼີເລື່ອນເວລາຜັນຂະຫຍາຍ THAAD

ສ.ເກົາຫຼີເລື່ອນເວລາຜັນຂະຫຍາຍ THAAD - ảnh 1
ລະ​ບົບTHAAD
(ພາບ​ປະ​ກອບ: EPA)

(vovworld) - ວັນ​ທີ 17/04, ສຳ​ນັກ​ຂ່າວ​ສານ Yonhap ໃຫ້​ຂ່າວ​ວ່າ, ແຜນ​ການ​ຜັນ​ຂະ​ຫຍາຍ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ໄລ​ຍະ​ສູງ ໄລ​ຍະ​ສຸດ​ທ້າຍ (THAAD) ຂອງ​ອາ​ເມ​ລິ​ກາ ຈະ​ຖືກ​​ເລື່ອນ​ເວ​ລາ​ໄປ, ພາຍ​ຫຼັງ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ 05 ຈະ​ມາ​ເຖິງ. ປີ 2016, ສ.ເກ​ົ​າ​ຫຼີ ແລະ ອາ​ເມລິ​ກາ ​ປະ​ກາດ​ແຜນ​ການ​ຜັນ​ຂະ​ຫຍາຍ THAAD, ຕາມນັ້ນ​ແລ້ວ, ເລື່ອງ​ຕິດ​ຕັ້ງ​ລະ​ບົບອາ​ວຸດ​ດັ່ງ​ກ່າວ​ຢູ່​ພາກ​ໃຕ້​ສ.ເກົາ​ຫຼີ ຈະ​​ປະ​ຕິ​ບັດ​ສຳ​ເລັດ​ໃນ​ປີ 2017 ນີ້. ແຕ່​ວ່າ, ແຜນກ​ານ​ດັ່ງ​ກ່າວ​ຖືກຫຼາຍ​ປະ​ເທດ​ໃນ​ພາກ​ພື້​ນ​ຄັດ​ຄ້ານ​, ໃນ​ນັ້ນ​ມີ​ຈີນ ແລະ ລັດ​ເຊຍ ຍ້ອນ​ຖື​ວ່າ​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຜົນ​ປະ​ໂຫຍດ​ດ້ານ​ຄວາມ​ສະ​ຫງົບ​ຂອງ​ບັນ​ດາ​ປະ​ເທດນ​ີ້.

ຕອບກັບ

ຂ່າວ/ບົດ​ອື່ນ