ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ. ເກົາຫຼີ Han Min – koo ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Gen Nakatani
(ພາບ: Yonhap)
|
(vovworld) - ວັນທີ 8/1, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ສ. ເກົາຫຼີ Han Min – koo ແລະ ຄູ່ຕຳແໜ່ງ ຍີ່ປຸ່ນ Gen Nakatani ໄດ້ພ້ອມກັນກ່າວປະນາມເຫດທົດລອງນິວເຄຼຍຂອງ ສປປ ເກົາຫຼີ ເມື່ອວັນທີ 6/1, ພ້ອມທັງໃຫ້ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນເພື່ອຮັບມືກັບບັນຫານີ້. ໃນການໂອ້ລົມທາງໂທລະສັບເປັນເວລາ 20 ນາທີ, ລັດຖະມົນຕີ 2 ທ່ານເຫັນດີເປັນເອກະສັນແບ່ງປັນຂໍ້ມູນຂ່າວກ່ຽວຂ້ອງເຖິງ ສປປ ເກົາຫຼີ ທົດລອງ ນິວເຄຼຍ ແລະ ເພີ່ມທະວີການຮ່ວມມືໃນໄລຍະຈະມາເຖິງໃນຂອບເຂດບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນ.
ແລະກໍ່ໃນວັນດຽວກັນ, ເມື່ອໂອ້ລົມທາງໂທລະສັບກັບລັດຖະມົນຕີການຕ່າງປະເທດ ສ. ເກົາຫຼີ Yun Byung – se, ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ໋ ຢັ້ງຢືນວ່າ: ຍາມໃດຈີນກໍ່ເດັດດຽວຢືດໝັ້ນຫຼັກການປອດນິວເຄຼຍໃນແຫຼມ ເກົາຫຼີ, ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນນີ້, ພ້ອມທັງແກ້ໄຂບັນດາບັນຫາຜ່ານການເຈລະຈາ. ເຈົ້າໜ້າທ່ີຜູ້ນີ້ກໍຢ້ຳຄືນຫຼັກໝັ້ນຂອງ ປັກກິ່ງ ແມ່ນ ເດັດດຽວຄັດຄ້ານບໍ່ວ່າການທົດລອງນິວເຄຼຍໃດໆຂອງ ພຽງຢາງ, ພ້ອມທັງສະແດງວ່າ ປັກກິ່ງ ກຽມພ້ອມຮັກສາການຕິດຕໍ່ພົວພັນກັບ ເຊີອູນ ເພື່ອແກ້ໄຂສະພາບການສັບສົນໃນແຫຼມ ເກົາຫຼີ ແລະ ນຳບັນຫານິວເຄຼຍ ກັບຄືນສູ່ໂຕະເຈລະຈາ.