ສ.ເກົາຫຼີໃຫ້ຂໍ້ສັງເກດກ່ຽວກັບຄວາມເປັນໄປວ່າສປປ.ເກົາຫຼີຈະນຳໃຊ້ເຂດທົດລອງນິວເຄຼຍ Punggye-ri ຄືນໃໝ່

(VOVWORLD) -ສປປ.ເກົາຫຼີ ອາດຈະນຳໃຊ້ເຂດທົດລອງນິວເຄຼຍ Punggye – ri ຄືນໃໝ່ ເຊິ່ງຖືກທຳລາຍພາຍຫຼັງການສ້ອມແປງ, ເຖິງຢ່າງໃດກໍ່ຕາມ ຍັງບໍ່ທັນພົບເຫັນການກະທຳໃດທີ່ເປັນຄືດັ່ງກ່າວ.

ສ.ເກົາຫຼີໃຫ້ຂໍ້ສັງເກດກ່ຽວກັບຄວາມເປັນໄປວ່າສປປ.ເກົາຫຼີຈະນຳໃຊ້ເຂດທົດລອງນິວເຄຼຍ Punggye-ri ຄືນໃໝ່ - ảnh 1

 ເຂດທົດລອງນິວເຄຼຍ Punggye – ri

(ພາບ: AP/TTXVN)

ວັນທີ 08 ຕຸລາ, ທ່ານປະທານສະພາເສນາທິການໃຫຍ່ກຳລັງທະຫານປະສົມສ.ເກົາຫຼີ (JCS), ນາຍພົນ Park han ki ຖືວ່າ, ສປປ.ເກົາຫຼີ ອາດຈະນຳໃຊ້ເຂດທົດລອງນິວເຄຼຍ Punggye – ri ຄືນໃໝ່ ເຊິ່ງຖືກທຳລາຍພາຍຫຼັງການສ້ອມແປງ, ເຖິງຢ່າງໃດກໍ່ຕາມ ຍັງບໍ່ທັນພົບເຫັນການກະທຳໃດທີ່ເປັນຄືດັ່ງກ່າວ.

        ລະອຽດແມ່ນ, ຕາມ ນາຍພົນ Park han ki ແລ້ວ, ລະບົບທາງໃຕ້ດິນ 4 ສາຍຢູ່ເຂດທົດລອງ Punggye – ri ຂອງສປປ.ເກົາຫຼີ, ມີ 2 ສາຍທາງອາດຈະນຳໃຊ້ຄືນໃໝ່ ພາຍຫຼັງທີ່ໄດ້ສ້ອມແປງ ແລະ ເລື່ອງສ້ອມແປງດັ່ງກ່າວແມ່ນຈະເສຍເວລາເປັນຫຼາຍອາທິດ ຫຼື ເປັນຫຼາຍເດືອນ.

        ກ່ອນໜ້ານັ້ນ, ສປປ.ເກົາຫຼີໄດ້ທຳລາຍເຂດທົດລອງນິວເຄຼຍ Punggye – ri ເມື່ອເດືອນ ພຶດສະພາ 2018, ເພື່ອພິສູດໃຫ້ເຫັນຄຳໝັ້ນສັນຍາປອດນິວເຄຼຍ.   

ຕອບກັບ

ຂ່າວ/ບົດ​ອື່ນ