ຫັກເກີສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງອາເມລິກາແລະຈີນ

 ຫັກເກີສົ່ງຜົນສະທ້ອນເຖິງການພົວພັນລະຫວ່າງອາເມລິກາແລະຈີນ - ảnh 1
ພາບປະກອບ:internet


(vovworld) -  ວັນ​ທີ 9/4, ​ໃນ​ຖະ​ແຫລ​ງການ​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນ​ຂອງ​ອາ​ເມ​ລິ​ກາ​ຕໍ່ບັນດາເຫດຫັກເກີ ​ແລະ ສືບ​ລາຊະການ​ລັບ​ທາງເຄືອຄ່າຍ​ອິນ​ເຕີ​ແນ​ດ​ທີ່ພວມ​ເພີ່ມ​ຂຶ້ນນັ້ນ, ທ່ານ​ Robert Hormats, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮັບຜິດຊອບກ່ຽວກັບການພັດທະນາເສດຖະກິດ​ໄດ້​ກ່າວ​ເຕືອນ​ປັກກີ່​ງວ່າ ບັນດາ​ເຫດຫັກເກີທີ່​ເລີ່​ມມາ​ຈາກ​ຈີນ ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ໄດ້ ​ແລະ ພວມ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຈີນ​ຊົ່ວ​ຮ້າຍ​ລົງ. ​ໃນ​ບົດ​ປາ​ໄສ​ທີ່​ກອງ​ປະຊຸມ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຊີອິນເຕີແນດ​ຢູ່ ປັກ​ກີ່​ງ, ທ່ານ Hormats ຖື​ວ່າ: ບັນດາ​ເຫດຫັກເກີ​ຈາກ ຈີນ ​ແລ​ະ​ ​ແຊກຊືມ​ເຂົ້າ​ລະບົບ​ຄອມ​ພິວ​ເຕີ​ຂອງ​ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ບໍລິສັດ​ຕ່າງໆ​ຂອງ ອາ​ເມ​ລິ​ກາ ​ເພື່ອ​ລັກ​ລອບບັນດາ​ຂໍ້​ມູນ​ຂ່າວທີ່ສຳຄັນແມ່ນບັນລຸລະດັບສູງສຸດ. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ຮຽກຮ້ອງ​ໃຫ້​ຝ່າຍ ຈີນ ​ເພື່ອ​ຜົນ​ປະ​ໂຫຍ​ດຍາວ​ນານ ຕ້ອງ​ມີ​ມາດ​ຕະການ​ແຂງ​ແຮງ​ເພື່ອ​ສະກັດ​ກັ້ນ​ສະພາບ​ການ​ດັ່ງກ່າວ. ອຳນາດ​ການ​ປົກຄອງ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ຮັບ​ຮູ້​ວ່າ:​ ນີ້​ແມ່ນ​​ໄພ​ນາບ​ຂູ່​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ, ສະ​ນັ້ນ ຈະ​ສືບ​ຕໍ່​ຍົກ​ອອກ​ບັນຫານີ້ອອກມາ​ໃນ​ການ​ເຈລະຈາຄັ້ງ​ຕ່າງໆກັບ​ບັນດາ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຂອງ​ຈີນ.

ຂ່າວ/ບົດ​ອື່ນ