ຫັນປ່ຽນອົງປະກອບເສດຖະກິດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາແຂວງແຄມທະເລຫວຽດນາມ

ຫັນປ່ຽນອົງປະກອບເສດຖະກິດເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ບັນດາແຂວງແຄມທະເລຫວຽດນາມ - ảnh 1
ພ​າບ​ປະ​ກອບ:dantri.com

(vovworld)- ໃນ​ຂອບ​ເຂດ​ໂຄງ​ການ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຮັບ​ໃຊ້​ຈຸດ​ໝາຍ​ແຫ່ງ​ຊາດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ວັນ​ທີ 10/6, ສະ​ຖາ​ບັນ​ການ​ເມືອງ ການ​ປົກ​ຄອງ​ແຫ່ງ​ຊາດ​ໂຮ່​ຈິ​ມີນ ສົມ​ທົບ​ກັບ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວ​ດ​ລ້ອມ ຈັດ​ຕັ້ງ​ກອງ​ປະ​ຊ​ຸມ​ສຳ​ມະ​ນາ​ວິ​ທະ​ຍາ​ສາດ “ຫັນ​ປ່ຽນ​ອົງ​ປະ​ກອບ​ເສດ​ຖະ​ກິດ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ ຢູ່​ບັນ​ດາ​ແຂວງ ແຄມ​ທ​ະ​ເລ​ຫວຽດ​ນາມ- ທິດ​ສະ​ດີ ແລະ ພຶດ​ຕິ​ກຳ​.” ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ມ​ີ​ຫລາຍ​ມາດ​ຕະ​ການ​ຖືກວາງ​ອອກ ໃນ​ນັ້ນ ມີ​ມາດ​ຕະ​ການ​ຫັນ​ປ່ຽນ​ອົງ​ປະ​ກອບ​ເສດ​ຖະ​ກິດ. ບັນ​ດາ​ຜູ້​ແທນ​ລ້ວນ​ແຕ່​ຢືນ​ຢັນ​ວ່າ ສຳ​ລັບ​ເຂດ​ແຄມ​ທະ​ເລ​ທາງ​ທິດ​ໃຕ້​ພາກ​ກາງ, ບັນ​ດາ​ທ້ອງ​ຖິ່ນ​ໃນ​ເຂດນີ້ ​ເບື້ອງ​ຕົ້ນມີ​ການ​ປ່ຽນ​ແປງໃນ​ອົງ​ປະ​ກອບ​ເສດ​ຖະ​ກິດ, ມຸ່ງ​ໄປ​ເຖິງ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ຊ​ີ​ວະ​ພາບ, ພັດ​ທະ​ນາ​ກະ​ສິ​ກຳ ແລະ ຜະ​ລິດ​ພະ​ລັງ​ງານ​ຄືນ​ໃຫມ່.

ຂ່າວ/ບົດ​ອື່ນ