( ເອກະສານ, ວັດຖຸພັນກ່ຽວກັບປະທານໂຮ່ຈິມິງ )
( vov world ) ໃນສຸມວັນຕົ້ນລະດູບານໃໝ່ປີມະໂຣງ, ຫໍພິພິດທະພັນ ໂຮ່ຈິມິງ ແຂວງ ເທື່ອທຽນເຫວ ໄດ້ຮັບເອກະສານ, ວັດຖຸພັນ ກວ່າ 100 ຢ່າງກ່ຽວກັບປະທານໂຮ່ຈິມິງ, ໂດຍປະຊາຊົນມອບໃຫ້. ໃນການມອບຄັ້ງນີ້ມີວັດຖຸພັນບາງຢ່າງໄດ້ພິສຸດໃຫ້ເຫັນໄລຍະທ່ານປະທານ ໂຮ່ຈິມິງ ແລະ ຄອບຄົວດຳລົງຊີວິດ, ອອກແຮງງານ, ຮໍ່າຮຽນຢູ່ ເຫັວ ໃນຊຸມປີຕົ້ນສະຕະວັດທີ 20. ນີ້ແມ່ນການປະກອບສ່ວນທີລ້ຳຄ່າຂອງບັນດາສ່ວນບຸກຄົນ, ສະແດງໃຫ້ເຫັນຄວາມເຄົາລົບນັບຖືລຸງໂຮ່, ພ້ອມກັນນັ້ນ, ປະກອບສ່ວນເຮັດໃຫ້ເນື້ອໃນຂອງການວາງສະແດງຢູ່ຫໍພິພິດທະພັນ ໂຮ່ຈິມິງ ແຂວງ ເທື່ອທຽນເຫັວມີຄວາມອຸດົມສົມບຸນຂື້ນຕື່ມ. ຫໍພິພິດທະພັນ ໂຮ່ຈິມິງ ແຂວງ ເທື່ອທຽນເຫັວ ໄດ້ວາງສະແດງ, ແນະນຳບັນດາຮູບພາບ, ເອກະສານ, ວັດຖຸພັນ ກ່ຽວກັບຊີວິດ, ພາລະກິດ, ແນວຄິດ ແລະ ຄຸນສົມບັດປະຕິວັດຂອງປະທານ ໂຮ່ຈິມິງ, ໃນນັ້ນໄດ້ເນັ້ນໜັກເຖິງ 2 ເນື້ອໃນຕົ້ນຕໍ່ແມ່ນ “ ໃນຊຸມວັນເດືອນປີທີ່ລຸງໂຮ່ ແລະ ຄອບຄົວຢູ່ ເຫັວ ”, “ ເທື່ອທຽນເຫັວ ກັບ ລຸງໂຮ່ ແລະ ລຸງໂຮ່ ກັບ ເທື່ອທຽນເຫັວ ” ເຊິ່ງລວມມີຮູບພາບ, ວັດຖຸພັນ ແລະ ເອກະສານ 1300 ຢ່າງ .