ຫວີງຟູ໋ກສະເຫຼີມສະຫຼອງວັນສ້າງຕັ້ງຄືນໃໝ່ຄົບຮອບ20ປີ
ທ່ານນາງ ຫງວຽນທິກິມເງິນເຂົ້າຮ່ວມພິທີ
|
(vovworld) - ຕອນຄ່ຳວັນທີ 28/12, ແຂວງຫວີງຟູ໋ກຈັດຕັ້ງພິທີສະເຫຼີມສະຫຼອງວັນສ້າງຕັ້ງແຂວງຄືນໃໝ່ຄົບຮອບ 20 ປີ ແລະ ຕ້ອບຮັບຫຼຽນໄຊແຮງງານຊັ້ນໜື່ງ. ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານນາງ ຫງວຽນທິກີມເງີນ ປະທານສະພາແຫ່ງຊາດ ເນັ້ນໜັກວ່າ ແຂວງຫວີງຟູ໋ກຄວນເປັນເຈົ້າການເຊື່ອມໂຍງ, ລະດົມບັນດາແຫຼ່ງກຳລັງ, ລົງທຶນສ້າງລະບົບ ໂຄງປະກອບໂຄງລ່າງ, ເສດຖະກິດສັງຄົມ, ຊຸກຍູ້ການຜະລິດ, ຄຸນນະພາບສິນຄ້າ, ຍູ້ໄວການສ້າງອົງປະກອບກະສິກຳຄືນໃໝ່. ເອົາໃຈໃສເປັນພິເສດເຖິງກະສິກຳເຕັກໂນໂລຢີ ສູງແລະ ຫັນປ່ຽນແຮງງານຊົນນະບົດຕິດພັນກັບການພັດທະນາກະສິກຳໃໝ່. ສຸມໃສ່ການຜະລິດອຸດສາຫະກຳເພື່ອໃຫ້ອຸດສາຫະກຳສືບຕໍ່ແມ່ນກຳລັງໜູນໃນການພັດທະນາຂອງແຂວງ. ຂຸດຄົ້ນບັນດາຂະແໜງການບໍລິການເປັນຢ່າງດີ ແລະ ນຳການທອງທ່ຽວໃຫ້ກາຍເປັນຂະແໜງເສດຖະກິດປາຍແຫຼມ.
ພາຍຫຼັງ 20 ປີແຫ່ງການສ້າງຕັ້ງແຂວງຄືນໃໝ່, ຈາກແຂວງໜຶ່ງເຮັດກະສິກຳເປັນຕົ້ນເມື່ອໃຫ້ຮັບການສ້າງຕັ້ງຄືນໃໝ່, ປັດຈຸບັນຫວີງຟູ໋ກໄດ້ກາຍເປັນແຂວງອຸດສາຫະກຳພັດທະນາ ແລະ ແມ່ນແຂວງໜື່ງມີມູນຄ່າການຜະລິດອຸດສາຫະກຳໃຫຍ່ທີ່ສຸດ, ແມ່ນສູນກາງແຖວໜ້າກ່ຽວກັບການຜະລິດ, ຕິດຕັ້ງລົດໂອໂຕ, ລົດຈັກໃນທົ່ວປະເທດ. ລະດັບເຕີບໂຕຂອງແຂວງຫວີງຟູ໋ກຍາມໃດບັນລຸລະດັບສູງ, ຂອບຂະໝາດພື້ນຖານເສດຖະກິດເພີ່ມຂຶ້ນ. ຫວີງຟູ໋ກແມ່ນແຂວງມີແຫຼ່ງ ລາຍຮັບງົບປະມານສູງ ແລະ ປະກອບສ່ວນເຂົ້າງົບປະມານສູນກາງ, ຫຼາຍສົມຄວນ ຊຸມປີມໍ່ໆມານີ້ຍາມໃດກໍ່ຢືນອັນດັບສອງໃນພາກເໜືອກ່ຽວກັບລາຍຮັບພາຍໃນປະເທດຊາດ.