ຫົວຫນ້າຄະນະເຈລະຈາສເກົາຫລີຊຸກຍູ້ຄວາມມານະພະຍາຍາມເຊື່ອມຕໍ່ການເຈລະຈາ

ຫົວຫນ້າຄະນະເຈລະຈາສເກົາຫລີຊຸກຍູ້ຄວາມມານະພະຍາຍາມເຊື່ອມຕໍ່ການເຈລະຈາ - ảnh 1
ທ່ານ Cho Tae yong
ພາບ: internet


(vovworld)- ຫົວຫນ້າ​ຄະນະ​ເຈລະຈາ 6 ຝ່າຍ​ຂອງ ສ​ເກົາຫລີ, ທ່ານ Cho Tae yong ​ໄດ້​ເດີ​ນທາງ​ເຖິງ ມົດ​ສະ​ກູ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ລັດ​ເຊຍ ​ໃນ​ເວລາ 3 ວັນ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​​ເລີ່​ມຕົ້ນ​ວິວັດທະນາ​ການ​ເຈລະຈາ 6 ​ຝ່າຍ ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍ ຂອງ ສປປ ​ເກົາຫລີ. ຕາມ​ແຜນການ, ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ລັດ​ເຊຍ, ທ່ານ Cho Tae yong ​ ຈະ​ມີ​ການ​ເຈລະຈາ​ກັບ​ຄູ່​​ຕຳ​ແຫນ່​ງປະ​ເທດ​ເຈົ້າພາບ ທ່ານ Igor Morgulov ​ແລະ ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຈຳນວນ​ຫນຶ່ງ​ຂອງປະ​ເທດ​ນີ້. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ທ່ານ Cho Tae yong ​​​ເຂົ້າ​ຮ່ວມ​ການເຈລະຈາ​ຂັ້ນ​ຫົວຫນ້າ​ຄະນະ​ເຈລະຈາ 6 ຝ່າຍ ກັບ​ຄູ່​ຮ່ວມ​ມື ລັດ​ເຊຍ ນັບ​ແຕ່​ເມື່ອ​ສາບານ​ຕົວ​ຮັບຕຳ​ແຫນ່​ງ​ເມື່ອ​ເດືອນ 5/2013 . ກ່ອນ​ຫນ້າ​ນັ້ນ, ທ່ານ ​ໄດ້​ ​ປຶກສາ​ຫາລື​ກັບ​ຫົວຫນ້າ​ຄະນະ​ເຈລະຈາ 6 ຝ່າຍ ຂອງ​ຈີນ ຢູ່ ປັກ​ກີ່​ງ, ຫົວຫນ້າ​ຄະນະ​ເຈລະຈາ​ ຂອງ ອາ​ເມ​ລິ​ກາ  ​ແລະ ຫົວຫນ້າ​ກົມ​ອາຊີ - ​ທະວີບ​ໂອ​ເຊ​ອາ​ນີ ຂອງ​ຍີ່​ປຸ່ນ ຢູ່ ນະຄອນຫລວງວໍ​ຊີງຕັນ.

 

ຂ່າວ/ບົດ​ອື່ນ