ຫວຽດນາມ ກະກຽມຮັບມືກັບພະຍຸ Bopha

ຫວຽດນາມ ກະກຽມຮັບມືກັບພະຍຸ Bopha - ảnh 1
ນຳ​ເຮືອກຳ​ປັ່ນ​ຫລິກລ້ຽງ​ພະຍຸ
ພາບ​ປະກອບ:internet


(vovworld) - ຕອນ​ເຊົ້າ​ວັນ​ທີ 6/12, ພະຍຸ Bopha ພວມ​ຫ່າງ​ຈາກ​ເກາະ ຊອງ​ຕື໋​ໄຕ (Song Tử Tây) ທາງ​ທິດຕາ​ເວັນ​ອອກສຽງ​​ໃຕ້ປະມານ 290 ກິ​ໂລ​ແມັດ. ກຳລັງ​ລົມ​ແຮງ​ກວ່າ 118- 133 ກິ​ໂລ​ແມັດ/ຊົ່ວ​​ໂມງ. ຕອນ​ເຊົ້າ​ວັນ​ທີ 6/12, ບັນດາ​ແຂວງ, ນະຄອນ​ຈາກ ດາ​ຫນັງ (Đà Nẵng) ຕະຫລອດ​ຮອດ​ແຂວງ ​ແຄງ​ຮວ່າ (Khánh Hòa) ຮີບ​​ເຮັ່ງ​ແນ​ະນຳບັນດາ​​ເຮືອ, ກຳ​ປັ່ນ ​ເປັນ​ເຈົ້າ​ການ​ໃນ​ການ​ຍົກຍ້າຍ​ເພື່ອ​ຫລີກ​ລ້ຽງ​ພະຍຸ. ບັນດາ​ກົມ​ກອງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ທະຫານ​ເຮືອ ປະຕິບັດ​ລະບອບ​​ເວັນຍາມ​​ຢ່າງ​ເຂັ້ມ​ງວດ ກຽມພ້ອມ​ກຳລັງ ​ແລະ ພາ​ຫະນະ​ເພື່ອ​ກູ້​ໄພ​ກູ້​ຊີບ​ຢ່າງ​ທັນ​ການ. ອຳນາດ​ການ​ປົກຄອງ​ຢູ່ ​ເກາະຊອງ​ຕື໋​ໄຕ ສືບ​ຕໍ່​ເປັນ​ເຈົ້າ​ການ​ໃນ​ການ​ຮັກສາ​ບັນດາ​ກິດຈະການ ​ແລະ ​ເຮືອນ​ຊານ​ກ່ອນ​ທີ່​ພະຍຸ​ພັດ​ເຂົ້າ.

 

ຂ່າວ/ບົດ​ອື່ນ