ຫວຽດນາມ ກະທຳເພື່ອການເຕີບໂຕສີຂຽວ

(VOVWORLD) - ທ່ານນາຍົກລັດຖະມົນຕີກໍ່ໃຫ້ສັດຕະຍາບັນແຜນຮ່າງບັນດາໜ້າທີ່, ມາດຕະການປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26...

ກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ຈະຈັດຂຶ້ນຢູ່ ອີຢິບແຕ່ວັນທີ 6 18 ພະຈິກ. ໃນ 1 ປີຜ່ານມານັບແຕ່ພາຍຫຼັງກອງປະຊຸມ COP26 ຢູ່ Glasgow, ລາຊະອານາຈັກ ອັງກິດ, ຫວຽດນາມ ໄດ້ປະຕິບັດບັນດາຄຳໝັ້ນສັນຍານຫລຸດຜ່ອນອາຍພິດລົງເປັນ 0 ໃນປີ 2050 ເທື່ອລະກ້າວ.

        ຫວຽດນາມ ໄດ້ສ້າງຕັ້ງຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍປະຕິບັດຄຳໝັ້ນສັນຍາທີ່ກອງປະຊຸມ COP26 ໂດຍທ່ານນາຍົກລັດຖະມົນຕີ ເປັນຫົວໜ້າຄະນະຊີ້ນຳ. ທ່ານນາຍົກລັດຖະມົນຕີກໍ່ໃຫ້ສັດຕະຍາບັນແຜນຮ່າງບັນດາໜ້າທີ່, ມາດຕະການປະຕິບັດບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ COP26 ແລະ ຫຼາຍແຜນການຍຸດທະສາດແຫ່ງຊາດສຳຄັນທີ່ກ່ຽວຂ້ອງອື່ນໆອີກ. ວັນພະຫັດ (ທີ 3 ພະຈິກ 2022) ຜ່ານມາ, ໄດ້ເລີ່ມລົງມືກໍ່ສ້າງໂຄງງານກຳຈັດກາກບອນແຫ່ງທຳອິດຂອງກຸ່ມບໍລິສັດ Lego ໄດ້ຈັດຕັ້ງຢູ່ແຂວງ ບິ່ງເຢືອງ. ນີ້ແມ່ນພະຍານຫຼັກຖານພິສູດໃຫ້ເຫັນເລື່ອງ ຫວຽດນາມ ກາຍເປັນສະຖານທີ່ດຶງດູດການລົງທຶນສີຂຽວ. ນອກຈາກລະບົບໄຟຟ້າແສງຕາເວັນແລ້ວ, ໂຮງງານດັ່ງກ່າວຍັງມີສະຖານທີ່ຜະລິດໄຟຟ້າແສງຕາເວັນເພື່ອສະໜອງໃຫ້ແກ່ການຜະລິດອີກດ້ວຍ.

        ກໍ່ໃນເດືອນນີ້, ສະຫະສະມາຄົມວິສາຫະກິດ ເອີລົບ ປະຈຳ ຫວຽດນາມ ຈະຈັດຕັ້ງເວທີປາໄສ ແລະ ງານວາງສະແດງເສດຖະກິດສີຂຽວ (GEFE) 2022, ແຕ່ວັນທີ 28 – 30 ພະຈິກ ຢູ່ນະຄອນໂຮ່ຈີມິນ. ວິສາຫະກິດ ເອີລົບ ກ່ວາ 150 ແຫ່ງຈະແນະນຳບັນດາຜະລິດຕະພັນ, ຂໍ້ລິເລີ່ມ ແລະ ຮູບແບບເສດຖະກິດສີຂຽວເພື່ອຊ່ວຍໃຫ້ ຫວຽດນາມ ປະຕິບັດສຳເລັດຄຳໝັ້ນສັນຍາຢູ່ COP26.

        ຫວຽດນາມ ກໍ່ໄດ້ຮັບຖືວ່າແມ່ນຜູ້ສະໝັກທີ່ດູດດື່ມໃນການດຶງດູດແຫຼ່ງການເງິນໃຫ້ແກ່ການເຕີບໂຕສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ