(vovworld) - ຕອນຄໍ່າວັນທີ 05 ພະຈິກ, ຢູ່ນະຄອນຫຼວງ ໂອດຕາວາ, ສະຖານທູດ ຫວຽດນາມ ປະຈຳການາດາ ໄດ້ຈັດພິທີຮັບແຂກເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ການາດາ. ຕາງໜ້າໃຫ້ລັດຖະບານ ແລະ ລັດຖະມົນຕີການຕ່າງປະເທດການາດາ, ທ່ານລັດຖະມົນຕີຜູ້ຮັບຜິດຊອບກ່ຽວກັບການຕ່າງປະເທດຢູ່ສະພາແຫ່ງຊາດ Deepak Obhrai ຕີລາຄາສູງການພົວພັນລະຫວ່າງຫວຽດນາມ - ການາດາ ເຊິ່ງໄດ້ຮັບການພັດທະນາຢູ່ທຸກຂັ້ນ, ຈາກຂັ້ນລັດ ຕະຫຼອດຮອດປະຊາຄົມວິສາຫະກິດ ແລະ ບຸກຄົນ, ເຊິ່ງຂີດໝາຍແມ່ນການພົບປະ ແລະ ການຢ້ຽມຢາມຕ່າງໆຂອງການນຳ 2 ປະເທດ ແລະ ກໍ່ຕາມທ່ານ Deepak Obhrai ແລ້ວ, ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ - ການາດາ ໃນປີ 2012 ບັນລຸເກືອບ 2 ຕື້ USD. ສ່ວນທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ ຫວຽດນາມ ປະຈຳການາດາ ໂຕແອງຢຸງ ຢືນຢັນວ່າ: ມາຮອດປະຈຸບັນ, ການພົວພັນລະຫວ່າງ 2 ປະເທດໄດ້ຮັບການພັດທະນາໃນຫຼາຍດ້ານ, ມຸ່ງໄປສູ່ການພົວພັນຄູ່ຮ່ວມມືຮອບດ້ານ, ໝັ້ນຄົງ ແລະ ຍາວນານ ນັບທັງການພົວພັນ 2 ຝ່າຍ ແລະ ຫຼາຍຝ່າຍ. ທ່ານເອກອັກຄະລັດຖະທູດ ໂຕແອງຢຸງ ຕີລາຄາວ່າ ປະຈຸບັນແມ່ນຈຸດເວລາທີ່ສະດວກເພື່ອໃຫ້ 2 ປະເທດຊຸກຍູ້ການພົວພັນ 2 ຝ່າຍໃຫ້ພັດທະນາກວ່າອີກ, ຍ້ອນການາດາ ມີແຜນນະໂຍບາຍຖືເປັນສຳຄັນ ແລະ ເປີດກວ້າງການພົວພັນຮ່ວມມືກັບພາກພື້ນອາຊີ - ປາຊີຝີກ. ສະຖານທູດ ແລະ ກົງສູນໃຫຍ່ສະຖານທູດຫວຽດນາມ ປະຈຳການາດາ ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການທີ່ກ່ຽວຂ້ອງຂອງການາດາ ເພື່ອຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກວ່າອີກ.