ຫວຽດນາມ ກ່າວປະນາມເຫດເຫດບຸກໂຈມຕີດ້ວຍລົດບັນທຸກໃສ່ສາມັນຊົນ ຊູແອັດ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ
(vovworld) - ໂດຍໄດ້ຮັບຂ່າວວ່າ ວັນທີ 07/04/2017 ໄດ້ເກີດເຫດບຸກໂຈມຕີຢູ່ນະຄອນຫລວງ Stockholm, ຊູແອັດ ເຮັດໃຫ້ສາມັນຊົນຫລາຍຄົນເສຍຊີວິດ ແລະ ຮັບບາດເຈັບ, ວັນທີ 08/04/2017 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງທ່ານນາຍົກລັດຖະມົນຕີ ຊູແອັດ Stefan Lofven.
ແລະກໍ່ໃນວັນດຽວກັນ ເມື່ອຕອບສຳພາດກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເຫດການບຸກໂຈມຕີດ້ວຍລົດບັນທຸກຢູ່ ຊູແອັດ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ຊີ້ແຈ້ງວ່າ ຫວຽດນາມ ກ່າວປະນາມເຫດບຸກໂຈມຕີດັ່ງກ່າວ. ບັນດາເຈົ້າເລ່ໃນເຫດບຸກໂຈມຕີຈະຖືກລົງໂທດຢ່າງສົມເຫດສົມຜົນ
ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ: ປະຈຸບັນ ຍັງບໍ່ທັນມີຂ້ໍມູນຂ່າວທີ່ກ່ຽວຂ້ອງເຖິງພົນລະເມືອງ ຫວຽດນາມ ຖືກປະສົບເຄາະຮ້າຍຈາກເຫດບຸກໂຈມຕີດັ່ງກ່າວເທື່ອ. ສະຖານທູດ ຫວຽດນາມ ພວມສືບຕໍ່ສົມທົບກັບບັນດາອົງການທີ່ກ່ຽວຂ້ອງປະຈຳຖິ່ນຢ່າງແໜ້ນແຟ້ນ ເພື່ອຕິດຕາມສະພາບການ, ມີບັນດາມາດຕະການໜູນຊ່ວຍພົນລະເມືອງ ຫວຽດນາມ ໃນກໍລະນີຮີບດ່ວນ.