ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມືໃນຂົງເຂດແຜນການ - ສະຖິຕິ
(ຫວຽດນາມ - ກຳປູເຈຍ ເພີ່ມທະວີການຮ່ວມມື
ໃນຂົງເຂດແຜນການ - ສະຖິຕິ)
(vovworld) – ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ວັນທີ 10/03, ຢູ່ຮ່າໂນ້ຍ ໄດ້ດຳເນີນກອງປະຊຸມຄັ້ງທີ 6 ລະຫວ່າງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ກະຊວງແຜນການລາຊະອານາຈັກກຳປູເຈຍ. ທີ່ກອງປະຊຸມ, 2 ຝ່າຍໄດ້ຕີລາຄາໝາກຜົນແຫ່ງການປະຕິບັດບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງ 2 ກະຊວງໃນປີ 2014, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ ແລະ ປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ. ກ່ຽວກັບການຮ່ວມມືລະຫວ່າງຂະແໜງແຜນການຂອງ 2 ປະເທດ, ທ່ານລັດຖະມົນຕີວ່າການກະຊວງແຜນການ ແລະ ການລົງທຶນຫວຽດນາມ ບຸຍກວາງວິງ ເນັ້ນໜັກວ່າ.
“ກ່ຽວກັບການຮ່ວມມືປີ 2015, 2 ກະຊວງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນໃນການກໍ່ສ້າງ ກໍ່ຄືຊີ້ນຳບໍລິຫານແຜນການ ເພື່ອເຮັດແນວໃດປະຕິບັດບົດບາດ, ໜ້າທີ່ເປັນເສນາທິການໃຫ້ລັດຖະບານ 2 ປະເທດເປັນຢ່າງດີ. 2 ກະຊວງຈະສົມທົບກັນຢ່າງແໜ້ນແຟ້ນໃນການຮ່ວມມື, ຮໍ່າຮຽນແລກປ່ຽນບົດຮຽນທີ່ກ່ຽວຂ້ອງເຖິງຂະແໜງແຜນການ, ການລົງທຶນ. ພ້ອມທັງ, ເພີ່ມທະວີກຳລັງຄວາມສະມາດຂອງພະນັກງານ ຜ່ານການສຶກສາ, ບຳລຸງສ້າງ,ໄລຍະສັ້ນ ກໍ່ຄືການຢ້ຽມຢາມທັດສະນະສຶກສາ, ສຳຫຼວດ, ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ເພີ່ມທະວີຍົກສູງປະສິດທິຜົນການເຄື່ອນໄຫວຂອງແວັນບໄຊຂໍ້ມູນເອເລັກໂຕນິກເຂດ 3 ຫຼ່ຽມພັດທະນາ CLV (ກຳປູເຈຍ - ລາວ - ຫວຽດນາມ), ເພື່ອແນໃສ່ດຶງດູດການລົງທຶນ, ຊຸກຍູ້ດ້ານການຄ້າ ແລະ ການທ່ອງທ່ຽວໃນເຂດ 3 ຫຼ່ຽມພັດທະນາຂອງ 3 ປະເທດກຳປູເຈຍ - ລາວ - ຫວຽດນາມ”.
ສິ້ນສຸດກອງປະຊຸມ, 2 ກະຊວງໄດ້ລົງນາມໃນບົດບັນທຶກກອງປະຊຸມຄັ້ງທີ 6 ຂັ້ນລັດຖະມົນຕີວ່າການລະຫວ່າງ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ກະຊວງແຜນການແຫ່ງລາຂະອານາຈັກກຳປູເຈຍ, ໃນນັ້ນໄດ້ເປັນເອກະພາບກ່ຽວກັບບັນດາມາດຕະການຈຳເປັນເພື່ອເພີ່ມທະວີການຮ່ວມມືຂອງ 2 ກະຊວງ ແລະ ເຫັນດີກ່ຽວກັບການເຄື່ອນໄຫວຮ່ວມມືຕ່າງໆໃນປີ 2015.