ຫວຽດ​ນາມ ກຽມພ້ອມ​​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃນ​ວົງ​ກ້​ວາງ

(VOVWORLD) -ໃນບັ້ນທີ 1, ສູນຄວບຄຸມພະຍາດ (CDC) ຂອງ 13 ແຂວງ, ນະຄອນ; ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ, 21 ໂຮງໝໍປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການແຈກຢາຍວັນຊິນກັນພະຍາດໂຄວິດ - 19 ຂອງ AstraZeneca. ມາຮອດປັດຈຸບັນ, ທົ່ວປະເທດໄດ້ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ 32.361 ຄົນ.
ຫວຽດ​ນາມ ກຽມພ້ອມ​​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ໃນ​ວົງ​ກ້​ວາງ - ảnh 1ສັກວັກຊິນກັນໂຄວິດ - 19

ຕອນບ່າຍວັນທີ 22 ມີນາ, ກອງປະຊຸມປະຈຳຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄດ້ປຶກສາຫາລືກ່ຽວກັບມາດຕະການແກ້ໄຂຄວາມຫຍຸ້ງຍາກເພື່ອຍູ້ໄວລະດັບຄວາມຄືບໜ້າຂອງການຜະລິດວັກຊິນກັນໂຄວິດ-19 ຢູ່ພາຍໃນປະເທດ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດໄດ້ເປັນປະທານກອງປະຊຸມ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ, ກໍ່ຄືບັນດາວັກຊິນກັນໂຄວິດ-19 ຊະນິດອື່ນໃນໂລກ, ວັກຊິນກັນໂຄວິດ-19 ຂອງຫວຽດນາມ ກໍ່ໄດ້ຮັບການຄົ້ນຄວ້າ, ທົດລອງໃນສະພາບຮີບດ່ວນ. ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາຫົວໜ່ວຍຄົ້ນຄວ້າ, ຜະລິດວັກຊິນກັນໂຄວິດ-19 ຢູ່ພາຍໃນປະເທດ ຈົ່ງຮີບເຮັ່ງກວ່າອີກ ບໍ່ພຽງແຕ່ເພື່ອໃຫ້ມີວັກຊິນກັນໂຄວິດ-19 ໂດຍໄວ ເພື່ອເປັນເຈົ້າການໃນການປ້ອງກັນ, ສະກັດກັ້ນໂລກລະບາດເທົ່ານັ້ນ, ຫາກຍັງສະກັດກັ້ນໄວຣັດ SARS-CoV-2 ສາຍພັນໃໝ່ອີກດ້ວຍ.

ກ່ຽວກັບເລື່ອງສັກວັກຊິນກັນໂຄວິດ-19, ຕາມກະຊວງສາທານະສຸກ ຫວຽດນາມ ແລ້ວ, ພາຍຫຼັງບັ້ນສັກວັກຊິນຄັ້ງທຳອິດຢູ່ 13 ນະຄອນ, ແຂວງ ແລະ ຮາກຖານປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19, ແຕ່ປັດຈຸບັນຮອດເດືອນມີນາ 2021, ໂຄງການສັກວັກຊິນກັນໂຄວິດ - 19 ໃນວົງກ້ວາງສືບຕໍ່ຈັດບັນດາຊຸດຝຶກອົບຮົມວິຊາສະເພາະໃຫ້ບັນດາທ້ອງຖິ່ນທີ່ຍັງເຫຼືອ ເພື່ອເປີດກ້ວາງການສັກວັກຊິນກັນພະຍາດໂຄວິດ - 19.

        ໃນບັ້ນທີ 1, ສູນຄວບຄຸມພະຍາດ (CDC) ຂອງ 13 ແຂວງ, ນະຄອນ; ກະຊວງຕຳຫຼວດ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ, 21 ໂຮງໝໍປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການແຈກຢາຍວັນຊິນກັນພະຍາດໂຄວິດ - 19 ຂອງ AstraZeneca. ມາຮອດປັດຈຸບັນ, ທົ່ວປະເທດໄດ້ສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ 32.361 ຄົນ. ເປົ້າໝາຍໄດ້ຮັບການສັກວັກຊິນແມ່ນ ພະນັກງານການແພດ ທີ່ພວມປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19 ໂດຍກົງ, ພະນັກງານການແພດທີ່ປະຕິບັດໜ້າທີ່ເອົາແບບຢ່າງໄປວິໄຈຫາເຊື້ອ, ຊອກຄົ້ນຫາຜູ້ຕິດເຊື້ອພະຍາດໂຄວິດ - 19…

        ຕາມຂໍ້ມູນຂ່າວຫຼ້າສຸດຈາກ ກະຊວງສາທາລະນະສຸກ ແລ້ວ, ກອງທຶນເຍົາວະຊົນສະຫະປະຊາຊາດ (UNICEF) ໄດ້ປະກາດວ່າ ຄາດວ່າໃນວັນທີ 25 ມີນາ, ວັກຊິນກັນໂຄວິດ - 19 ງວດທຳອິດ ຈາກແຫຼ່ງ COVAX Facility (ກົນໄກໄດ້ຮັບການສ້າງຕັ້ງ ເພື່ອແນໃສ່ຮັບປະກັນໃຫ້ບັນດາປະເທດໄດ້ສຳຜັດກັບວັກຊິນກັນໂຄວິດ - 19 ຢ່າງສະເໝີພາບ) ດ້ວຍວັກຊິນ 1,37 ໂດສ ຂອງ AstraZeneca ຈະມາຮອດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ