ຫວຽດນາມ ກຽມພ້ອມສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນການສ້າງສະຖຽນລະພາບ ແລະ ພັດທະນາເສດຖະກິດ

(VOVWORLD) -ສອງຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ລິເລີ່ມ, ຂໍ້ຕົກລົງທີ່ການນຳທັງສອງຝ່າຍໄດ້ເຫັນດີນຳກັນຢ່າງມີປະສິດທິຜົນ.

“ຫວຽດນາມ ກຽມພ້ອມສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນການສ້າງສະຖຽນລະພາບ ແລະ ພັດທະນາເສດຖະກິດ”. ນີ້ແມ່ນຄຳຢັ້ງຢືນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ກ່າວທີ່ການຕ້ອນຮັບຜູ້ວ່າການທະນາຄານແຫ່ງ ສປປ ລາວ ສອນໄຊ ສິດພະໄຊ ພວມຢ້ຽມຢາມ ຫວຽດນາມ ໃນຕອນເຊົ້າວັນທີ 9 ມັງກອນ 2019.

ຫວຽດນາມ ກຽມພ້ອມສະໜັບສະໜູນ ແລະ ຊ່ວຍເຫຼືອລາວ ໃນການສ້າງສະຖຽນລະພາບ ແລະ ພັດທະນາເສດຖະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຝຸກ ຕ້ອນຮັບຜູ້ວ່າການທະນາຄານແຫ່ງ ສປປ ລາວ ສອນໄຊ ສິດພະໄຊ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ໄດ້ຕີລາຄາສູງໝາກຜົນແຫ່ງການຮ່ວມມື ລະຫວ່າງ ທະນາຄານແຫ່ງລັດ ຫວຽດນາມ ແລະ ທະນາຄານແຫ່ງ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນວ່າສອງຝ່າຍຈະຮ່ວມມືກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ລິເລີ່ມ, ຂໍ້ຕົກລົງທີ່ການນຳທັງສອງຝ່າຍໄດ້ເຫັນດີນຳກັນຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຝຸກ ກໍ່ໄດ້ຊີ້ນຳຂະແໜງການທະນາຄານ ຫວຽດນາມ ສືບຕໍ່ຮ່ວມມື ແລະ ຕັ້ງໜ້າໜູນຊ່ວຍແກ່ ທະນາຄານແຫ່ງ ສປປ ລາວ ຜ່ານບັນດາການເຄື່ອນໄຫວຄືການສົ່ງຜູ້ຊ່ຽວຊານເກັ່ງໄປຊ່ວຍເຫຼືອລາວ.

ສ່ວນທ່ານຜູ້ວ່າການທະນາຄານແຫ່ງ ສປປ ລາວ ສອນໄຊ ສິດພະໄຊ ກໍ່ສະແດງຄວາມປາຖະໜາຢາກໄດ້ຮັບການຮ່ວມມື, ຊ່ວຍເຫຼືອ, ແບ່ງປັນບົດຮຽນຈາກຝ່າຍ ຫວຽດນາມ ໂດຍສະເພາະແມ່ນໃນຂົງເຂດການເງິນ, ທະນາຄານ ກໍຄືບັນຫາການຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດ, ການບໍລິຫານນະໂຍບາຍເງິນຕາ, ອັດຕາແລກປ່ຽນ.

ຕອບກັບ

ຂ່າວ/ບົດ​ອື່ນ