ຫວຽດນາມ ຄັດຄ້ານ ຈີນ ດຳເນີນການເລືອກຕັ້ງຜູ້ ແທນສະພາ ປະຊາຊົນ ຢູ່ໝູ່ເກາະຮ່ວາງຊາ

ຫວຽດນາມ ຄັດຄ້ານ ຈີນ ດຳເນີນການເລືອກຕັ້ງຜູ້ ແທນສະພາ ປະຊາຊົນ ຢູ່ໝູ່ເກາະຮ່ວາງຊາ - ảnh 1
ພາບປະກອບ

(vovworld) - ຕໍ່ໜ້າ​ເຫ​ດການ​ວັນ​ທີ 19/7/2012, ຄະນະ​ພັກ​ການ​ທະຫານ​ສູນ​ກາງ ຈີນ ​ໄດ້​ຕົກລົງ​ສ້າງ​ຕັ້ງ “ສຳນັກງານ​ບັນຊາ​ການ​ທະຫານ” ຂອງ​ອັນ​ທີ່​ເອີ້ນ​ວ່າ “ນະຄອນ ຊານ​ຊາ” ຢ່າງ​ເປັນ​ທາງ​ການ, ທີ່​ໄດ້​ຕັ້ງ​ຖານ​ທີ່​ໝັ້ນ​ໃນ​​ເກາະ ຟູ໋​ເລີມ ຂຶ້ນ​ກັບ​ໝູ່​ເກາະ ຮ່ວາງ​ຊາ, ​ແລະ ​ເລື່ອງ​ວັນ​ທີ 21/7/2012 ຝ່າຍ ຈີນ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ຜູ້​ແທນ​ສະພາປະຊາຊົນ ຊຸດ​ທີ 1 ຂອງ​​ອັນ​ທີ່​ໄດ້​ເອີ້ນ​ວ່າ “ນະຄອນ ຊານ​ຊາ”, ວັນ​ທີ 24/7, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Luong Thanh Nghi ຊີ້​ແຈງ​ວ່າ: “​ເລື່ອງ ຈີນ ສ້າງ​ຕັ້ງ​ອັນ​ທີ່​ເອີ້ນ​ວ່າ “ນະຄອນ ຊາ​ນຊາ” ​ແລະ ຜັນ​ຂະຫຍາຍ​ບັນດາ​ການ​​ເຄື່ອນ​ໄຫວດັ່ງກ່າວ​ແມ່ນ​ລະ​ເມີດ​ກົດໝາຍ​ສາກົນ, ​ລ່ວງ​ລ້ຳ ອະທິປະ​ໄຕ​ຂອງ​ຫວຽດນາມ ທີ່​ມີ​ຕໍ່​ໝູ່​ເກາະ 2 ​ແຫ່ງ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢ່າງ​ຮ້າຍ​ແຮງ, ​​ແລະ ​ບໍ່​ມີ​ຄຸນ​ຄ່າ​ແຕ່​ຢ່າງ​ໃດ​ເລີຍ.  ບັນດາ​ການ​ກະທຳ​ດັ່ງ​ກ່າວ​ຂອງ ຈີນ ​ແມ່ນ​​ໄປ​ຝືນ​ກັບ​ສະຕິ​ຄວາມ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ລະ​ເມີດ​ຂໍ​້ຕົກລົງ​ບັນດາ​ຫຼັກການ​ພື້ນຖານ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ລະຫວ່າງ​ຫວຽດນາມ - ຈີນ ​ທີ່​ໄດ້​ລົງ​ນາມ​ໃນ​ເດືອນ 10/2011, ​ໄປ​ຝືນ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຖະ​ແຫຼ​ງການ​ກ່ຽວ​ກັບວິທີ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ​ທີ່​ໄດ້​ລົງ​ນາມ​ໃນ​ປີ 2002 ລະຫວ່າງ ອາ​ຊຽນ ​ແລະ ຈີນ, ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕື່ມ. ຫວຽ​ດນາມ ​ເດັດ​ດຽວ​ຄັດຄ້ານ​ບັນດາ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຂອງ ຈີນ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ຈີນ ​ຈົ່ງເຄົາລົບ​ນັບຖື ອະທິປະ​ໄຕ​ຂອງ​ຫວຽດນາມ, ຢຸດຕິ ​ແລະ ລົບ​ລ້າງ​ບັນດາ​ການ​ກະທຳ​ທີ່​ຜິດພາດ​ດັ່ງ​ກ່າວ, ປະ​ກອບ​ສ່ວນຢ່າງ​ແທ້​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ຈີນ ກໍ​ຄື​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.”

ວັນ​ທີ 24/7, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ສົ່ງ​ສານ​ຄັດຄ້ານ​ໄປ​ຍັງ​ກະຊວງ​ການ​ຕ່າງປະ​ເທດ ຈີນ.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານຄະນະ​ກຳມະການປະຊາຊົນ​ນະຄອນ ດ່າ​ໜັງ  Van Huu Chien ​ແລະ ປະທານ​​ຄະນະ​ກຳມະການ​ປະຊາຊົນແຂວງ ​ແຄ໋ງຮ່ວາ Nguyen Chien Thang ພ້ອມກັນ​ອອກ​ຖະ​ແຫຼ​ງການ​ຊີ້​ແຈງ​ວ່າ: ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ນະຄອນ ດ່າ​ໜັງ ​ແລະ ​ແຂວງ ​ແຄ໋ງຮ່ວາ ອີກ​ເທື່ອ​ໜຶ່ງ ​ໄດ້​ມີ​ຄວາມ​ວິຕົກ​ກັງວົນ ​ແລະ ບໍ່ພໍ​ໃຈຕໍ່ໜ້າ​ບັນດາ​ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ. ນະຄອນ ດ່າ​ໜັງ ​ແລະ ​ແຂວງ ​ແຄ໋ງຮ່ວາ ​ເດັດ​ດຽວ​ຄັດຄ້ານ ​ແລະ ຮຽກຮ້ອງ​ໃຫ້​ຈີນ ຈົ່ງຢຸດຕິ​ບັນດາ​ການ​ກະທຳ​ທີ່​ລະ​ເມີດ​ກົດໝາຍ​ສາກົນ ​ແລະ ກົດໝາຍ​ຫວຽດນາມ ​ໃນ​ທັນທີ, ​ເປັນ​ສິ່ງ​ກິດ​ຂວາງ​ຄວາມ​ມານະ​ພະຍາຍາມ​ລວມຮັກສາ​ສັນ​ຕິ​ພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ສົ່ງ​ຜົນ​ສະທ້ອນ​ບໍດີ ​ເຖິງ​ນ້ຳ​ໃຈ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ