ຫວຽດນາມ ຄັດຄ້ານ ຈີນ ເລືອກຕັ້ງສະພາປະຊາຊົນຢູ່ນະຄອນ ຊານຊາ

ຫວຽດນາມ ຄັດຄ້ານ ຈີນ ເລືອກຕັ້ງສະພາປະຊາຊົນຢູ່ນະຄອນ ຊານຊາ - ảnh 1
ຄັນທຸງຫວຽດນາມ ເຮັດດ້ວຍເຄື່ອງປັ້ນດິນເຜົາຢູ່ໝູ່ເກາະ ເຈື່ອງຊາ
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ຕອນ​ຄຳ່​ວັນ​ທີ 21/7, ​ເວັບ​ໄຊ ຂອງ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ຈີນ (ຫຼື CNR) ​ໄດ້​ໃຫ້​ຂ່າວຂອງ​ນັກ​ຂ່າວ ຈູ​ຢູ໋ງ ​​ໂດຍໃຫ້​ຮູ້​ວ່າ ​ໃນ​ວັນ​ທີ 21/7, ຜູ້​ມີ​ສິດ​ເລືອກ​ຕັ້ງກ່ວາ 1.100 ຄົນທີ່​ຂຶ້ນ​ກັບ 15 ​​ເຂດ​ເລືອກ​ຕັ້ງ​ຢູ່ໝູ່​ເກາະ 3 ​ແຫ່ງ: ຊີ​ຊາ (ຮ່ວາງ​ຊາຂອງ​ຫວຽດນາມ), ໜານ​ຊາ ​​​(​ເຈື່ອງ​ຊາ​ຂອງ​ຫວຽດນາມ), ​ແລະ ຈູງ​ຊາ ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ປະຊາຊົນ​ນະຄອນ ຊານ​ຊາ ຊຸດ​ທີ 1. ນີ້​ແມ່ນ​ການ​ກະທຳ​ທີ່​ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ ຢູ່ໝູ່​ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຢ່າງ​ຮ້າຍ​ແຮງ. ຄະນະ​ກຳມະການ​ຊາຍ​ແດນ​ແຫ່ງ​ຊາດ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຢັ້ງຢືນ​ຫຼາຍ​ເທື່ອ​ວ່າ “ຫວຽດນາມ ມີ​ພະຍານ​ຫຼັກ​ຖານ​ດ້ານ​ນິຕິ​ກຳ ​ແລະ ປະຫວັດສາດຢ່າງ​ຄົບ​ຖ້ວນ ​ເພື່ອຢັ້ງຢືນ​ອະທິປະ​ໄຕ​ທີ່​ມີ​ຕໍ່​ໝູ່​ເກ​າະ ​ເຈື່ອງ​ຊາ ​ແລະ ຮ່ວາງ​ຊາ”. ກ່ອນ​ໜ​້ານັ້ນ, ພາຍຫຼັງ​ທີ່​ຈີນ ມີ​ຂໍ້​ຕົກລົງ​ສ້າງ​ຕັ້ງ​ນະ​ຄອນ ຊານ​ຊາ ​ເມື່ອ​ວັນ​ທີ 23/6, ການ​ນຳ​ແຂວງ ​ແຄ໋ງຮ່ວາ ​ແລະ ການ​ນຳ​ນະຄອນ ດ່າ​ໜັງ ​ໄດ້​ຄັດຄ້ານ​ຂໍ້​ຕົກລົງ​ທີ່​ຜິດພາດ ​ແລະ ບໍ່​ຖື​ກກັບ​ກົດໝາຍ​ນີ້, ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ ກໍ​ຄືນ້ຳ​ໃຈ​ມິດຕະພາບ​ລະຫວ່າງ 2 ປະ​ເທດ​. ​ເລື່ອງ​ຈີນ ດຳ​ເນີນ​ການ​ເລື​ອກຕັ້ງ​ສະພາປະຊາຊົນ​ຢູ່​ໝູ່​ເກາະ ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ​ຫວຽດນາມ ຖືກ​ດຳ​ເນີນ​ໄປ​ພາຍຫຼັງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຫົງ​ເລີ້​ຍ ຊີ້​ແຈງ​ວ່າ ຈີນ ພ້ອມ​ແລ້ວ​ທີ່​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຕໍ່​ຂອງ ຝ່າຍ​ຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື DOC) ຢ່າງຮອບດ້ານ ​ແລະ ມີ​ປະສິດທິ​ຜົນ, ກໍ​ຄື​ທາ​ບທາມ​ຄວາມ​ເຫັນ​ເພື່ອ​ສ້າງ​ສຳ​ເລັດ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (ຫຼື ​COC) 1 ວັນ.

ຂ່າວ/ບົດ​ອື່ນ