ຫວຽດນາມ ຄວ້າໄດ້ຂັນໃນງານແຂ່ງຂັນເຕັກໂນໂລຢີຂໍ້ມູນຂ່າວສານ ອາຊີ - ປາຊີຟິກ ປີ 2019
(VOVWORLD) - ຕອນຄໍ່າວັນທີ 22 ທັນວາ, ພິທີປະກາດ ແລະ ມອບລາງວັນເຕັກໂນໂລຢີຂໍ້ມູນຂ່າວສານ ອາຊີີ - ປາຊີຟິກ APICTA 2019 ໄດ້ດໍາເນີນຢູ່ນະຄອນຮະລອງ, ແຂວງກວ໋າງນິງ.
ບັນດາຫົວໜ່່ວຍຕາງໜ້າຂອງຫວຽດນາມ ຍາດໄດ້ 1 ຂັນ ແລະ ໃບຍ້ອງຍໍ 8 ໃບ (ພາບ: chinhphu.vn) |
ໃນ 25 ລາຍການ, ຄືຜູ້ບໍລິໂພກ, ການບໍລິການວົງຄະນະຍາດ, ເຕັກໂນໂລຢີ, ການບໍລິການດໍາເນີນທຸລະກິດ... ຄະນະຈັດຕັ້ງໄດ້ມອບຂັນ Winner 24 ຂັນໃຫ້ບັນດາຜະລິດຕະພັນ ແລະ ມາດຕະການທີ່ຍາດໄດ້ໄຊຊະນະ ແລະ ໃບຍ້ອງຍໍ Merit 74 ໃບ. ບັນດາຫົວໜ່່ວຍຕາງໜ້າຂອງຫວຽດນາມ ຍາດໄດ້ 1 ຂັນ ແລະ ໃບຍ້ອງຍໍ 8 ໃບ, ເຊິ່ງຖືກຈັດຢູ່ອັນດັບທີ 7 ໃນຕາຕະລາງຈັດອັນດັບ. ທ່ານນາງ ດິງທິຖຸ໋ຍ, ຕາງໜ້າຫົວໜ່ວຍໄດ້ຮັບໃບຍ້ອງຍໍ ໃຫ້ຮູ້ວ່າ:
“ຂ້າພະເຈົ້າມີຄວາມເອກອ້າງທະນົງໃຈທີ່ສຸດ ເມື່ອຜະລິດຕະພັນຂອງຕົນຄວ້າໄດ້ລາງວັນ, ອັນໄດ້ປະກອບສ່ວນຢັ້ງຢືນໃຫ້ເຫັນວ່າ ວິສາຫະກິດຫວຽດນາມ ກໍ່ມີຄວາມສາມາດເຂົ້າຮ່ວມກັບບັນດາເວທີສາກົນໄດ້ຢ່າງສິ້ນເຊີງ, ສະໜອງບັນດາຜະລິດຕະພັນທີ່ເປັນປະໂຫຍດຢ່າງແທ້ຈິງ ບໍ່ພຽງແຕ່ໃຫ້ວິສາຫະກິດຫວຽດນາມ ເທົ່ານັ້ນ ແຕ່ຍັງສະໜອງໃຫ້ໂລກ ອີກດ້ວຍ. ນີ້ກໍແມ່ນໂອກາດທີ່ດີເພື່ອພົບປະແລກປ່ຽນຖອດຖອນບົດຮຽນໃນທ່າອ່ຽງ Go Global, ມຸ່ງໄປເຖິງຕະຫຼາດສາກົນ.
ລາງວັນ APICTA ແມ່ນລາງວັນອັນສູງສົ່ງສໍາລັບບັນດາຜະລິດຕະພັນ, ການບໍລິການ, ມາດຕະການ ຊັອບແວກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານດີເລີດຢູ່ພາກພື້ນ ອາຊີ - ປາຊີຟິກ. ປີ 2019 ແມ່ນປີທໍາອິດທີ່ຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງເຫດການສາກົນນີ້.